ອອກສະເໜີຕົວສະໂມ ສອນຊາວຫວຽດນາມ ຢູ່ຈຳປາສັກດຳລົງ ຊີວິດຢູ່ວຽງຈັນ
Quốc Khánh -  
(ພາບ: Quoc Khanh)
(vovworld)-ຕອນຄ່ຳວັນທີ 14/11, ຢູ່ວຽງຈັນ, ສະໂມສອນຊາວຫວຽດນາມອາໄສຢູ່ຈຳປາສັກ ດຳລົງຊີວິດຢູ່ວຽງຈັນ ໄດ້ຈັດພິທີອອກສະເໜີຕົວໂດຍມີການເຂົ້າຮ່ວມຂອງສະມາຊິກກ່ວາ 400 ຄົນ. ກ່າວຄຳເຫັນພິທີ, ທ່ານຫງວຽນວັນຕູ ຮອງປະທານສະໂມສອນຊາວຫວຽດນາມຢູ່ຈຳປາສັກ ໃຫ້ຮູ້ວ່າ: ຈຸດປະສົງສ້າງຕັ້ງສະໂມສອນແມ່ນເພື່ອແນໃສ່ເພີ່ມທະວີຄວາມສາມັກຄີໃນປະຊາຄົມ, ສ້າງກອງທຶນເພື່ອຄົນ ທຸກຍາກ ແລະ ກອງທຶນສົ່ງເສີມການຮ່ຳຮຽນເພື່ອໃຫ້ທຸກຄົນພ້ອມກັນພັດທະນາກ້າວຂຶ້ນ. ບັນດາສະໂມສອນຄືແນວນັ້ນຈະປະກອບສ່ວນຮັກສາສີສັນວັດທະນະທຳຊົນເຜົ່າຫວຽດນາມ, ຮັກສາສຽງເວົ້າ, ຕົວໜັງສື ແລະ ຮີດຄອງປະເພນີຂອງບ້ານເກີດເມືອງນອນ.
ທີ່ພິທີ, ສະໂມສອນລະດົມໄດ້ຈຳນວນເງິນປະມານ 3,5 ຕື້ດົ່ງເພື່ອໜູນຊ່ວຍວຽກງານສົ່ງເສີມການຮ່ຳຮຽນ, ພັດທະນາວິຊາຊີບໃຫ້ແກ່ລູກຫຼານຂອງສະມາຊິກຜູ້ທຸກຍາກ./.
Quốc Khánh