( vovworld ) – ວັນທີ 8/4, ທ່ານປະທານາທິບໍດີອີຮານ Mahmoud Ahmadinejad ໄດ້ຢືນຢັນວ່າ, ອີຮານຄັດຄ້ານລະເບີດປະລະມານູປະເພດຕ່າງໆ. ກ່າວຄຳເຫັນທີ່ການເຈລະຈາໃນວັນທີ 8/4 ກັບທ່ານອະດີດນາຍົກລັດຖະມົນຕີຍີ່ປຸ່ນ Yukio Hatoyama ທີ່ພວມຢູ່ຢ້ຽມຢາມອີຮານ, ທ່ານ Ahmadinejad ໄດ້ຖະແຫຼງວ່າ ອີຮານ ຄັດຄ້ານລະເບີດປະລະມານູ ແລະ ອາວຸດລ້າງຜານຢ່າງຮຸນແຮງ. ອີຮານ ແລະ ຍີ່ປຸ່ນ ອາດພ້ອມກັນມານະພະຍາຍາມສ້າງໂລກໜື່ງທີ່ບໍ່ມີອາວຸດນິວເຄຼຍ. ທ່ານ Ahmadinejad ໃຫ້ຮູ້ຕື່ມອີກວ່າ ອີຮານ ໄດ້ກຽມພ້ອມໃຫ້ການເຈລະຈາຕ່າງໆກ່ຽວກັບໂຄງການນິວເຄຼຍຂອງຕົນ. ສ່ວນທ່ານ Hatoyama ກໍເວົ້າກັບທ່ານ Ahmadinejad ວ່າ ການສ້າງຄວາມໄວ້ເນື້ອເຊື່ອໃຈກັບສາກົນ ແລະ ເຄົາລົບຂໍ້ກຳນົດຕ່າງໆແມ່ນສິ່ງສຳຄັນຄວນໄດ້ຮັບການປະຕິບັດຢ່າງເຂັ້ມງວດ.