ອະດີດນາຍົກລັດຖະມົນຕີຝຣັ່ງ Francois Fillon ຍາດໄດ້ໄຊຊະນະໃນການເລືອກຕັ້ງເບື້ອງຕົ້ນຮອບທີ2
ທ່ານອະດີດນາຍົກລັດຖະມົນຕີ ຝຣັ່ງ Francois Fillon
(ພາບ: EPA/TTXVN)
|
(vovworld) – ໝາກຜົນຂອງການນັບບັດຢູ່ສະຖານທີ່ປ່ອນບັດ 9.915 ແຫ່ງໃນຍອດຈຳນວນ 10.288 ແຫ່ງໃນທົ່ວປະເທດ ຝຣັ່ງ ແລະ ບັນດາແຂວງຢູ່ຕ່າງແດນ, ໄດ້ສະແດງໃຫ້ເຫັນວ່າ ທ່ານອະດີດນາຍົກລັດຖະມົນຕີ ຝຣັ່ງ Francois Fillon ຍາດໄດ້ໄຊຊະນະດ້ວຍຈຳນວນບັດສະໜັບສະໜູນ 66,5% ເມື່ອທຽບໃສ່ 33,5% ບັດສະໜັບສະໜູນຂອງທ່ານ Alain Juppe, ເຈົ້າຄອງນະຄອນ Bordeaux ໃນການປ່ອນບັດໃນເບື້ອງຕົ້ນຮອບທີສອງ ຂອງຝ່າຍຂວາ. ດ້ວຍໄຊຊະນະດັ່ງກ່າວ, ທ່ານອະດີດນາຍົກລັດຖະມົນຕີ Francois Fillon ຈະຕາງໜ້າໃຫ້ຝ່າຍຂວາ ແລະ ຝ່າຍກາງຂວາໃນການຊ່ວງເສັງເຂົ້າວັງ Elysee ເຊິ່ງຈະໄດ້ຮັບການຈັດຕັ້ງຂຶ້ນໃນເດືອນ 4 ແລະ ເດືອນ 5/2017.