ອະນຸມັດຜ່ານແຜນກຳນົດພັດທະນາການທ່ອງທ່ຽວຫວຽດນາມ ຮອດປີ 2030

ອະນຸມັດຜ່ານແຜນກຳນົດພັດທະນາການທ່ອງທ່ຽວຫວຽດນາມ ຮອດປີ 2030 - ảnh 1
(ພາບປະກອບ)
(vovworld) -     ​ນາຍົກລັດຖະມົນຕີຫາ​ກໍ​​ປະກາດ​​ໃຊ້​ຂໍ້​ຕົກລົງ​ອະນຸມັດ​ແຜນການ​ກຳນົດ​ພັດທະນາ​ການທ່ອງທ່ຽວ​ຫວຽດນາມ ຮອ​ດປີ 2020, ວິ​ໄສ​ທັດ​ຮອດ​ປີ 2030. ຕາມ​​ຂໍ້​ຕົກລົງ​​ແລ້ວ: ຈຸດໝາຍ​ສັງ​ລວມຮອດ​ປີ 2020, ການທ່ອງທ່ຽວ​ຈະກາຍ​ເປັນ​ຂະ​ແໜງ​​ເສດຖະກິດປາຍ​ແຫຼມ​ຂອງຫວຽດ​ນາມ​​ ໂດຍ​ພື້ນຖານ, ມີ​ລັກສະນະ​ວິະ​ຊາ​ການ​ດ້ວຍ​ລະບົບ​ພື້ນຖານ​ດ້ານ​ວັດຖຸ, ​ເຕັກ​ນິກຢ່າງ​ຄົບ​ຊຸດ ​ແລະ ທັນ​ສະ​ໄໝ; ຜະລິດ​ຕະພັນ​ການທ່ອງທ່ຽວ​ມີ​ຄຸນ​ນະພາບສູງ, ຫຼາຍ​ຮູບ​ຫຼາຍ​ແບບ, ມີ​ເຄື່ອງໝາຍ​ການ​ຄ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຊາດ, ​ສາມາດແກ່ງ​ແຍ້​ງກັບ​ບັນດາປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​​ໂລ​ກ​ໄດ້. ຕາມ​ຂໍ້​ຕົກລົງ​ແລ້ວ, ຈະ​ມີເຂດ​ທ່ອງ​ທ່ຽວ 7 ​ແຫ່ງ ດ້ວຍ​ບັນດາ​ພັນ​ການທ່ອງທ່ຽວ​ພິ​ເສດສະ​ເພາະ​ຕາມ​ແຕ່ລະ​ເຂດ; 46 ​ເຂ​ດທ່ອງ​ທ່ຽວ​ແຫ່ງ​ຊາດ; 41 ​ສະຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ຊາດ; 12 ຕົວ​ເມືອງ​ທ່ອງ​ທ່ຽວ ​ແລະ ບາງ​ເຂດ, ສະຖານ​ທີ່​ທ່ອງ​ທ່ຽວສຳຄັນ​ອື່ນໆ​ອີກ ​ໄດ້ສ້າງ​ກຳລັງ​ໜູນ​ເພື່ອ​ຊຸກຍູ້ການ​ພັດທະ​ນາ​ການທ່ອງທ່ຽວ​ໃຫ້​​ແກ່​ເຂດຕ່າງໆ ​ແລະ​ ທົ່ວປະ​ເທດ.
ຂ່າວ/ບົດ​ອື່ນ