ອະນຸມັດຜ່ານໂຄງການເປົ້າໝາຍເຕັກໂນໂລຊີຂໍ້ມູນຂ່າວສານ

(VOVWORLD) - ທ່ານນາຍົກລັດຖະມົນຕີຫວຽດນາມຫາກໍ່ອະນຸດຜ່ານໂຄງການເປົ້າໝາຍເຕັກໂນໂລຊີຂໍ້ມູນຂ່າວສານໄລຍະ 2016 – 2020.
ອະນຸມັດຜ່ານໂຄງການເປົ້າໝາຍເຕັກໂນໂລຊີຂໍ້ມູນຂ່າວສານ - ảnh 1 (ພາບປະກອບ: TTXVN)

ເປົ້າໝາຍໂດຍສັງເຂບຂອງໂຄງການຄັ້ງນີ້ແມ່ນເພື່ອແນໃສ່ຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການເຄື່ອນໄຫວຂອງບັນດາອົງການແຫ່ງລັດ, ສ້າງລັດຖະບານເອເລກໂຕນິກ, ສະໜອງການບໍລິການສາທາລະນະຜ່ານທາງເຄືອຂ່າຍອີນເຕີແນັດໂດຍກົງທີ່ເປັນເອກະພາບ ແຕ່ສູນກາງລົງຮອດທ້້ອງຖິ່ນ; ຍົກສູງກຳລັງຄວາມສາມາດຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານແຫ່ງຊາດ ແລະ ຢັ້ງຢືນຄວາມຖືກຕ້ອງເອເລັກໂຕນິກ; ພັດທະນາຂະແໜງອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານຜ່ານການພັດທະນາບັນດາເຂດອຸດສາຫະກຳເຕັກໂນໂລຊີຈຸດສຸມ, ບັນດາຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານຈຸດສຸມ. ເປົ້າໝາຍຮອດປີ 2020, 100% ຈຳນວນກະຊວງ, ອົງການທຽບເທົ່າກະຊວງ, ບັນດາແຂວງ, ນະຄອນທີ່ຂຶ້ນກັບສູນກາງ ມີພື້ນຖານແບ່ງປັນ ແລະ ໂຮມເກັບນຳໃຊ້ລວມ; ຕອບສະໜອງການເຊື່ອມຕໍ່ລະບົບຂໍ້ມູນຂ່າວສານຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ແບ່ງປັນຂໍ້ມູນກັບບັນດາຖານຂໍ້ມູນແຫ່ງຊາດໄດ້ກວ່າ 50%.

ຕອບກັບ

ຂ່າວ/ບົດ​ອື່ນ