ອ່າງເກັບກຳມັນຕະພາບລັງສີແຫ່ງໃໝ່ ຂອງຍີ່ປຸ່ນ ຢູ່ Fukushima ຖືກຮົ່ວໄຫຼ
ໂຮງງານໄຟຟ້າຢູ່ Fukushima
(ພາບ:thanhnien.com.vn)
(vovworld)- ວັນທີ 7/4, ບໍລິສັດໄຟຟ້າໂຕກຽວ (TEPCO) ຜູ້ບໍລິຫານໂຮງງານໄຟຟ້ານິວເຄຼຍ Fukushima ເລກ 1 ໃຫ້ຮູ້ວ່າ: ນ້ຳຕິດທກຳມັນຕະພາບລັງສີອາດຊືມເຂົ້າດິນຍ້ອນອ່າງບັນຈຸຂອງໂຮງງານແຫ່ງນີ້ຖືກຮົ່ວໄຫຼ. ນີ້ແມ່ນຄົ້ນພົບຫຼ້າສຸດໃນບັນດາເຫດການຂອງໂຮງງານທີ່ເຄີຍຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນໄພພິບັດແຫ່ນດິນໄຫວ ແລະ ຄື້ນຟອງທະເລທີ່ຮ້າຍແຮງເມື່ອເດືອນ 3/2011. ການຮົ່ວໄຫຼທີ່ຫາກໍ່ໄດ້ຮັບການຄົ້ນພົບໃນເວລາ 1 ວັນພາຍຫຼັງທີ່ບໍລິສັດໄຟຟ້າໂຕກຽວ (TEPCO) ປະກາດມີນ້ຳ 120 ໂຕນຖືກມົນລະພິດອາດຈະຖືກຮົ່ວໄຫຼຈາກອ່າງບັຈຸໃຕ້ດິນຢູ່ໂຮງງານ Fukushima ເລກ 1. ແຕ່ເຖິງຢ່າງໃດກໍ່ຕາມ, ບໍລິສັດໄຟຟ້າໂຕກຽວ (TEPCO) ຖືວ່າ: ປະລິມານນ້ຳທີ່ຕິດກຳມັນຕະພາບລັງສີບໍ່ອາດໄຫຼອອກສູ່ທະເລໄດ້.