ອາຊຽນ,ຈີນເຫັນດີເປັນເອກະສັນເຈລະຈາຍົກລະດັບFTA
ກອງປະຊຸມທາບທາມຄວາມເຫັນລະຫວ່າງບັນດາລັດຖະມົນຕີເສດຖະກິດ ອາຊຽນ ແລະ ຈີນ
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)
(vovworld) – ວັນທີ 26/8, ອາຊຽນ ແລະ ຈີນ ເຫັນດີເປັນເອກະສັນເຈລະຈາກ່ຽວກັບການຍົກລະດັບເຂດການຄ້າເສລີ ອາຊຽນ - ຈີນ (ACFTA), ເພື່ອແນໃສ່ຮັກສາລັກສະນະຂະຫຍັນຂັນເຄື່ອນ ແລະ ເຄື່ອນໄຫວການຄ້າຢ່າງມີປະສິດທິຜົນ. ຂ່າວຄາວດັ່ງກ່າວໄດ້ຍົກອອກມາໃນຖະແຫຼງການຮ່ວມຂອງບັນດາວາລະທາບທາມຄວາມເຫັນລະຫວ່າງບັນດາລັດຖະມົນຕີເສດຖະກິດ ອາຊຽນ ແລະ ລັດຖະມົນຕີການຄ້າ ຈີນ, ຖືກດຳເນີນໄປຢູ່ນະຄອນຫຼວງ Nay Pyi Taw, ປະເທດ ມຽນມາ, ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນຄັ້ງທີ 46.
ເລື່ອງຍົກລະດັບເຂດການຄ້າເສລີ ອາຊຽນ - ຈີນ (ACFTA) ພິສູດໃຫ້ເຫັນການພົວພັນທີ່ຕັ້ງໜ້າລະຫວ່າງ ອາຊຽນ ແລະ ຈີນ, ພ້ອມທັງເຮັດໃຫ້ການພົວພັນຮ່ວມມືເສດຖະກິດ 2 ຝ່າຍຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດເລິກເຊິ່ງກ່ວາອີກ. ບັນດາລັດຖະມົນຕີ ກໍ່ຊຸກຍູ້ໃຫ້ກ້າວໄປເຖິງການປະຕິບັດສຳເລັດການເຈລະຈາກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ດ້ານການຄ້າ ແລະ ລະບຽບການບໍລິຫານພາສີອາກອນ (CPTF).