ພາບປະກອບ
(vovworld) – ໃນລະຫວ່າງວັນທີ 29/1-2/2, ຄະນະກຳມະການສິດທິມະນຸດລະຫວ່າງລັດຖະບານ ບັນດາປະເທດອາຊີຕາເວັນອອກສຽງໃຕ້ (AICHAR) ໄດ້ດຳເນີນວາລະປະຊຸມຄັ້ງທີ 11 ຢູ່ Brunei ເພື່ອແລກປ່ຽນ, ພິຈາລະນາ, ຕີລາຄາຄວາມຄືບໜ້າໃນການປະຕິບັດບັນດາໂຄງການ ແລະ ການເຄື່ອນໄຫວບຸລິມາສິດຂອງ AICHAR, ພ້ອມທັງປຶກສາຫາລືຢ່າງກວ້າງຂວາງກ່ຽວກັບການປະຕິບັດຖະແຫຼງການສິດທິມະນຸດອາຊຽນ ເຊິ່ງໄດ້ຮັບການຮັບຮອງເອົາເມື່ອທ້າຍປີ 2012 ຢູ່ ກຳປູເຈຍ. AICHAR 11 ໄດ້ເຫັນດີສະຫງວນບຸລິມະສິດໃຫ້ແກ່ການໂຄສະນາຖະແຫຼງການສິດທິມະນຸດອາຊຽນດ້ວຍການພິມຈຳໜ່າຍບັນດາຜະລິດຕະພັນກ່ຽວກັບຖະແຫຼງການສິດທິມະນຸດອາຊຽນ ແລະ ແປບັນດາເນື້ອໃນດັ່ງກ່າວເປັນພາສາຂອງບັນດາປະເທດອາຊຽນ.