ທ່ານ ວົງເທບ ອັດທະໄກວາທີ (ພາບ: vietnam+)
(vovworld) – ແຈ້ງການຂອງຄະນະເລຂາສະຫະສະມາຄົມບັນດາປະເທດອາຊຽນຕາເວັນອອກສຽງໃຕ້ (ອາຊຽນ) ໃຫ້ຮູ້ວ່າ: ວັນທີ 12/10 ທ່ານ ວົງເທບ ອັດທະໄກວາທີ, ຊຶ່ງເປັນນັກການທູດ ແລະ ອະດີດນັກຊ່ຽວຊານດ້ານຕຸລາການສຳລັບຄະດີອາຍາຂອງ ໄທ ໄດ້ສາບານຕົວເຂົ້າດຳລົງຕຳແໜ່ງ ຮອງເລຂາທິການໃຫຍ່ ອາຊຽນ (DSG) ຮັບຜິກຊອບດ້ານປະຊາຄົມວັດທະນະທຳ - ສັງຄົມ. ພິທີສາບານຕົວໄດ້ຈັດຕັ້ງທີ່ສຳນັກງານຂອງ ອາຊຽນ ຢູ່ນະຄອນຫລວງ ຢາກາຕາ ປະເທດ ອິນໂດເນເຊຍ ແລະ ມີການເຂົ້າຮ່ວມຂອງທ່ານ ເລເລືອງມິງ ເລຂາທິການໃຫຍ່ ອາຊຽນ. ຕາມກົດບັດ ອາຊຽນ ແລ້ວ, ທ່ານຮອງເລຂາທິການໃຫຍ່ ວົງເທບ ອັດທະໄກວາທີ ມີອາຍຸການປະຕິບັດງານເປັນເວລາ 3 ປີ.