(vovworld) - ທີ່ກອງປະຊຸມຄັ້ງທີ 7 ຂອງຄະນະກຳມະການປະສົມ (JCC) ອາຊຽນ - ອາເມລິກາ ຖືກດຳເນີນໃນວັນທີ 28/04, ທີ່ສຳນັກງານຄະນະເລຂາອາຊຽນ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ. ກອງປະຊຸມ JCC ອາຊຽນ - ອາເມລິກາ ຄັ້ງນີ້ ໄດ້ຊຸມໃສ່ປຶກສາຫາລື, ທົບທວນຄືນວິວັດການຜັນຂະຫຍາຍການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງກວ່າອີກ, ພິເສດແມ່ນເນັ້ນໜັກເຖິງບັນດາມາດຕະການເພື່ອແນໃສ່ຜັນຂະຫຍາຍຖະແຫຼງການຂອງການນຳຂັ້ນສູງໃນໄລຍະຜ່ານມາ. 2 ຝ່າຍກໍໄດ້ແລກປ່ຽນບາງຂົງເຂດຮ່ວມມືໃຫ້ບຸລິມະສິດລະຫວ່າງອາຊຽນ ແລະ ອາເມລິກາ ໃນໄລຍະຈະມາເຖິງ, ໃນນັ້ນເພີ່ມທະວີການພົວພັນດ້ານການເມືອງ, ການທູດ, ເສດຖະກິດກວ່າອີກ; ເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບໃນການເດີນທະເລ ແລະ ບັນດາບັນຫາຂ້າມຊາດ… ບົນພື້ນຖານນັ້ນ 2 ຝ່າຍຈະມີບັນດາໂຄງການເຄື່ອນໄຫວລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືໃນໄລຍະຈະມາເຖິງ.
ເຂົ້າຮ່ວມກອງປະຊຸມ, ທ່ານ ຫງວຽນແຮ່ງນຳ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ຢືນຢັນວ່າ, ຍາມໃດຫວຽດນາມ ກໍສົມທົບກັບບັນດາປະເທດອາຊຽນ ກໍຄືຝ່າຍອາເມລິກາ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ນອກນັ້ນ, ຫວຽດນາມ ຈະສົມທົບກັບອາເມລິກາ ແລະ ບັນດາປະເທດອາຊຽນ ເພື່ອຜັນຂະຫຍາຍຊຸກຍູ້ຂໍ້ລິເລີມເຊິ່ງນາຍົກລັດຖະມົນຕີຫວຽດນາມ ໄດ້ຍົກອອກມາທີ່ກອງປະຊຸມຂັ້ນສູງອາຊຽນ ຜ່ານມາ.