ອາ​ຊຽນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນຄວາມ​ໝັ້ນ​ຄົງດ້ານ​ສະ​ບຽງ​ອ​າ​ຫານ​ໃນໄລ​ຍະ​ເກ​ີດ​ໂລກ​ລະ​ບາດ Covid – 19

(VOVWORLD) -ວັນທີ 17 ເມສາ, ຖະແຫຼງການຮ່ວມໄດ້ຍົກອອກຢູ່ກອງປະຊຸມລັດຖະມົນຕີກະສິກຳ, ປ່າໄມ້ ອາຊຽນ (AMAF) ເຊິ່ງມີຈຸດເລີ່ມຕົ້ນມາຈາກບັນດາຄວາມວິຕົກກັງວົນອັນເລິກເຊິ່ງກ່ຽວກັບຜົນກະທົບທີ່ຊ້ອນແຝງຂອງ ໂລກລະບາດ Covid – 19 ສຳລັບການຮ່ວມມືຂອງບັນດາປະເທດ ອາຊຽນ ໃນບັນດາຂົງເຂດຄື ສະບຽງອາຫານ, ກະສິກຳ, ປ່າໄມ້ ແລະ ການຢຸດສະງັກຂອງລະບົບສະໜອງສະບຽງອາຫານຢູ່ພາກພື້ນນີ້. 
ອາ​ຊຽນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນຄວາມ​ໝັ້ນ​ຄົງດ້ານ​ສະ​ບຽງ​ອ​າ​ຫານ​ໃນໄລ​ຍະ​ເກ​ີດ​ໂລກ​ລະ​ບາດ Covid – 19 - ảnh 1

(ພາບປະກອບ:TTXVN)

ທ່ານ Dato Ali Apong ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ການທ່ອງທ່ຽວ ບຣູໄນ ປະທານ AMAF ຢັ້ງຢືນວ່າ ອາຊຽນຈະສືບຕໍ່ຮ່ວມມືເພື່ອແນໃສ່ຮັບປະກັນການສະໜອງສະບຽງອາຫານຢ່າງຄົບຖ້ວນ, ມີຄຸນນະພາບ, ປອດໄພ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ໃນພາກພື້ນ ແລະ ພາຍຫຼັງເກີດໂລກລະບາດ Covid - 19. AMAF ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອາຊຽນຜັນຂະຫຍາຍການປະຕິບັດບັນດາມາດຕະການ, ໂຄງການ ແລະ ລາຍການທີ່ຈຳເປັນຢູ່ໃນລະດັບຊາດ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການດ້ານສະບຽງອາຫານໃນຕໍ່ໜ້າໃຫ້ແກ່ປະຊາຊົນ, ພິເສດແມ່ນກຸ່ມຄົນທີ່ມີຄວາມສ່ຽງສູງກ່ວາໝູ່ໃນສັງຄົມ.

ຄຽງຄູ່ກັນນັ້ນ AMAF ກໍ່ເນັ້ນໜັກເຖິງຄວາມຈຳເປັນໃນການຊຸກຍູ້ບັນດາໂຄງການໜູນຊ່ວຍສັງຄົມໃຫ້ແກ່ຊາວກະສິກອນທີ່ຜະລິດດ້ວຍຂອບຂະໜາດນ້ອຍ, ບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງເພື່ອແນໃສ່ເພີ່ມທະວີປະລິມານສະບຽງອາຫານ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ