ອາຊຽນໃຫ້ບຸລິມະສິດ ຊຸກຍູ້ສິດຂອງແມ່ຍິງ ແລະ ເດັກນ້ອຍ

ອາຊຽນໃຫ້ບຸລິມະສິດ ຊຸກຍູ້ສິດຂອງແມ່ຍິງ ແລະ ເດັກນ້ອຍ - ảnh 1

(ພາບປະກອບ)

(vovworld)-​​​​​ວັນ​ທີ 19/8, ຢູ່​ນະຄອນ​ດ່າ​ນັງ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ພາກ​ພື້ນ​ກ່ຽວ​ກັບ “ການ​ຊຸກຍູ້​ສິດ​ມີ​ສັນຊາດ​ໃຫ້​ແກ່​ແມ່ຍິງ ​ແລະ ​ເດັກນ້ອຍ​ໃນ​ການ​ປະຕິບັດ​ສົນ​ທີ​ສັນຍາ​ກ່ຽວ​ກັບ​ສິດຂອງ​ເດັກ ​ແລະ ສົນທິສັນຍາ​ກ່ຽວ​ກັບ​ການ​ລົບ​ລ້າງ​ທຸກໆ​ຮູບ​ການຈຳ​ແນ​ກການປະພຶດຕໍ່​ແມ່ຍິງ​ໃນ​ອາ​ຊຽນ: ການ​ພົວພັນ​ຄູ່​ຮ່ວມ​ມື​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ລະຫວ່າງ​ຄະນະ​ກຳມະການ​ຊຸກຍູ້ ​ແລະ ປົກ​ປ້ອງ​ສິດ​ຂອງ​ແມ່ນ​ຍິງ ​ແລະ ​ເດັກນ້ອຍ​ໃນ​ອາ​ຊຽນ-ຂະ​ຫຼວງ​ໃຫ່ຍ ສປຊ ກ່ຽວ​ກັບ​ຊາວ​ຫລົບ​ໄພ“. ກອງ​ປະຊຸມ​ສຳ​ມະ​ນາ​​ໂດຍ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ສົມທົບ​ກັບຂະ​ຫຼວງ​ໃຫ່ຍ ສປຊ ກ່ຽວ​ກັບ​ຊາວ​ລົບ​ໄພຈັດຕັ້ງຂຶ້ນ. ກອງ​ປະຊຸມ​ສຳ​ມະ​ນາ​​​ໄດ້​ສະຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ແນະນຳ, ​ແລກປ່ຽນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ອາ​ຊຽນ ກ່ຽວຂ້ອງ​ເຖິງສິດ​ມີ​ສັນຊາດ​ສຳລັບ​ແມ່ຍິງ ​ແລະ ​ເດັກນ້ອຍ. ​ແນະນຳ​ບັນດາ​ແບບຢ່າງ​ດີ​ເດັ່ນ​ກ່ຽວ​ກັບ​ການ​ຊຸກຍູ້ສິດ​ມີ​ສັນຊາດ​. ບັນດາ​ສິ່ງ​ທ້າ​ທາຍ​ກ່ຽວຂ້ອງ​ເຖິງ​ການ​ປະຕິບັດສິດ​ມີ​ສັນຊາດ​ຂອງແມ່ຍິງ ​ແລະ ​ເດັກນ້ອຍ​ໃນ​ລະດັບ​ຊາດ…​ການ​ປົກ​ປ້ອງ ​ແລະ ຊຸກຍູ້ສິດ​ຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ໃຫ້​ບຸລິມະສິດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ຊື່​ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ກົດ​ບັດ​ອາ​ຊຽນ, ​ແຜນການ​ສັງ​ລວມຂອງ​ປະຊາ​ຄົມ​ວັດທະນະທຳ, ສັງຄົມ​ອາ​ຊຽນ ​ໄລຍະ 2009-2015.

 

ຂ່າວ/ບົດ​ອື່ນ