ອາ​ຊຽນ ປຸກ​ລະ​ດົມ​ການ​ປູກ​ຕົ້ນ​ໄມ້​ຂຽວ 10 ລ້ານ​ຕົ້ນ​ໃນ​ພາກ​ພື້ນ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 54 ປີແຫ່ງວັນສ້າງຕັ້ງ (8 ສິງຫາ 1967 – 8 ສິງຫາ 2021), ອາຊຽນ ໄດ້ປຸກລະດົມ “ຂໍ້ລິເລີ່ມ ອາຊຽນ” (AGI) ຢ່າງເປັນທາງການ ເພື່ອແນໃສ່ຊຸກຍູ້ຄວາມມານະພະຍາຍາມຟື້ນຟູ ແລະ ເປີດກ້ວາງປ່າ ຢູ່ພາກພື້ນ.

ອາ​ຊຽນ ປຸກ​ລະ​ດົມ​ການ​ປູກ​ຕົ້ນ​ໄມ້​ຂຽວ 10 ລ້ານ​ຕົ້ນ​ໃນ​ພາກ​ພື້ນ - ảnh 1ພິທີປຸກລະດົມ ຂໍ້ລິເລີ່ມ ອາຊຽນຂຽວ ຢ່າງເປັນທາງການ (ພາບ: ສູນກາງ ACB)

ດ້ວຍການເຂົ້າຮ່ວມຂອງຫຼາຍຝ່າຍທີ່ກ່ຽວຂ້ອງ, ຂໍ້ລິເລີ່ມ ອາຊຽນຂຽວ ໄດ້ຕັ້ງເປົ້າໝາຍປຸກຕົ້ນໄມ້ຂຽວທຳມະຊາດຢ່າງໜ້ອຍສຸດ 10 ລ້ານຕົ້ນ ແລະ ຟື້ນຟູບັນດາປ່າ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ໃນຮອບເວລາ 10 ປີຈະມາເຖິງ. ຂໍ້ລິເລີ່ມຈະຮັບຮູ້, ມອບຂອງຂວັນ ໃຫ້ແກ່ບັນດາສ່ວນບຸກຄົນ, ອົງການຈັດຕັ້ງມາຈາກບັນດາປະເທດສະມາຊິກ ອາຊຽນ ມີບັນດາການເຄື່ອນໄຫວ, ໂຄງການປູກຕົ້ນໄມ້ເປັນປ່າປະກອບສ່ວນເຂົ້າໃນການຟື້ນຟູລະບົບຊີວະພາບ,  ປັບປຸງສະຫວັດດີການ ແລະ ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ, ໂຄງການສະແດງໃຫ້ເຫັນການຮ່ວມມື ແລະ ຄຳໝັ້ນສັນຍາຢ່າງແຮງ ລະຫວ່າງ 10 ປະເທດສະມາຊິກ ອາຊຽນ ໃນການອະນຸລັກຮັກສາຊີວະນາໆພັນ ແລະ ຟື້ນຟູລະບົບຊີວະພາບໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ