ເຂດທະເລຕາເວັນອອກ
ພາບ:internet
|
(vovword)- ວັນທີ 24/5, ບັນດາເຈົ້າຫນ້າທີ່ຂັ້ນສູງຂອງ ອາຊຽນ ໄດ້ສຳເລັດການຮຽບຮຽງບັນດາຫົວຂໍ້ຕົ້ນຕໍເພື່ອສ້າງຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ. ທ່ານ ນາງ Xoung Ratchavi ລັດຖະມົນຕີການຕ່າງປະເທດ ກຳປູເຈຍ, ຜູ້ຮັກສາບົດບາດເປັນປະທານກອງປະຊຸມເຈົ້າຫນ້າທີ່ຂັ້ນສູງ ອາຊຽນ ຄັ້ງທີ 7 ຊຶ່ງຖືກຈັດຂຶ້ນຢູ່ ກຳປູເຈຍ ໃຫ້ຮູ້ວ່າ: ແຜນຮ່າງດັ່ງກ່າວຈະຖືກຍື່ນສະເຫນີຕໍ່ລັດຖະມົນຕີການຕ່າງປະເທດ ບັນດາປະເທດໃນອາຊຽນ ເພື່ອມີການຕົກລົງຄັ້ງສຸດທ້າຍໃນກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ອາຊຽນ ໃນເດືອນ 7 ຈະມາເຖິງ. ຖ້າຫາກໄດ້ຮັບການຮັບຮອງເອົາ, ອາຊຽນ ຈະດຳເນີນການເຈລະຈາກັບຈີນ. ທ່ານນາງ Xoung Ratchavi ຕີລາຄາວ່າ ເລ່ືອງສຳເລັດຮ່າງຂໍ້ກຳນົດດັ່ງກ່າວແມ່ນໝາກຜົນຕັ້ງຫນ້າ ພ້ອມທັງເນັ້ນຫນັກວ່າ: ຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ ມີຄວາມໝາຍສຳຄັນໃນການຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບ ຢູ່ ພາກພື້ນກໍຄືເພີ່ມທະວີນ້ຳໃຈມິດຕະພາບ ແລະ ການຮ່ວມມື ລະຫວ່າງ ອາຊຽນ ແລະ ຈີນ.