ອາຊຽນ ເນັ້ນໜັກເຖິງໂຄງປະກອບພາກພື້ນ ອີງໃສ່ກົດໝາຍສາກົນ
(VOVWORLD) - ວັນທີ 21 ພະຈິກ, ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ໄດ້ອອກຖະແຫຼງການຮ່ວມຊົມເຊີຍການພົບປະໃນວັນທີ 15 ພະຈິກ ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງໂຄງປະກອບພາກພື້ນ ອີງໃສ່ກົດໝາຍສາກົນ.
ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ (ພາບ: Reuters) |
ໃນຖະແຫຼງການ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ສະໜັບສະໜູນຄຳໝັ້ນສັນຍາຂອງບັນດາການນຳ ອາເມລິກາ ແລະ ຈີນ ໃນການຮັກສາບັນດາຊ່ອງທາງຕິດຕໍ່ພົວພັນທີ່ເປີດເຜີຍ ແລະ ຄຸ້ມຄອງສາຍພົວພັນລະຫວ່າງສອງປະເທດຢ່າງມີຄວາມຮັບຜິດຊອບ.
ຖະແຫຼງການຮ່ວມໄດ້ເນັ້ນໜັກວ່າ ຈີນ ແລະ ອາເມລິກາ ລ້ວນແຕ່ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງ ອາຊຽນ ແລະ ຊົມເຊີຍບັນດາຄຳໝັ້ນສັນຍາຂອງສອງປະເທດສຳລັບບັນດາຫຼັກການພື້ນຖານ, ຄຸນຄ່າ ແລະ ມາດຖານລວມ ເຊິ່ງໄດ້ລະບຸໄວ້ໃນກົດບັດ ສປຊ, ສົນທິສັນຍາ ເປັນມິດ ແລະ ຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC), ຖະແຫຼງການຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ວ່າດ້ວຍຫຼັກການພົວພັນຕ່າງຝ່າຍຕ່າງມີຜົນປະໂຫຍດ (ຫຼັກການບາລີ) ແລະ ວິໄສທັດຂອງ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ (AOIP).
ອາຊຽນ ຢັ້ງຢືນ ແບ່ງປັນຜົນປະໂຫຍດລວມ ແນໃສ່ປັບປຸງໂຄງປະກອບພາກພື້ນເປີດ, ຈະແຈ້ງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ກວມລວມ, ອີງໃສ່ກົດໝາຍສາກົນ, ຖື ອາຊຽນ ເປັນໃຈກາງ ຕາມບັນດາຈຸດປະສົງ ແລະ ຫຼັກການຂອງ ອາຊຽນ ແລະບັນດາກົນໄກ ໂດຍ ອາຊຽນ ນຳພາ.