ອາຊຽນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງ
(VOVWORLD) - ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ວົງແຄບ ( ADMM ວົງແຄບ) ຖືກໄຂຂຶ້ນໃນຕອນເຊົ້າວັນທີ 5 ມີນາ, ຢູ່ ຫຼວງພະບາງ. ກອງປະຊຸມມີຫົວຂໍ້ “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງ ອາຊຽນ”. ທ່ານພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VOV)
|
ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ວົງແຄບ ( ADMM ວົງແຄບ) ຖືກໄຂຂຶ້ນໃນຕອນເຊົ້າວັນທີ 5 ມີນາ, ຢູ່ ຫຼວງພະບາງ. ກອງປະຊຸມມີຫົວຂໍ້ “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງ ອາຊຽນ”. ທ່ານພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຕິນເກືອງ ຖືວ່າ ເພື່ອຍົກສູງບົດບາດເປັນໃຈກາງ, ຄຸນຄ່າຍຸດທະສາດຂອງ ອາຊຽນ, ບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດ ADMM ແລະ ADMM+ ຕ້ອງເຄົາລົບ ແລະ ປະຕິບັດບັນດາຫຼັກການພື້ນຖານຂອງ ກົດບັດ ອາຊຽນ ແລະ ມີການປະກອບສ່ວນຢ່າງແທດຈິງ, ມີຄວາມຮັບຜິດຊອບເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງລວມຂອງພາກພື້ນ. ຫວຽດນາມ ສະໜັບສະໜູນເລື່ອງສືບຕໍ່ຜັນຂະຫຍາຍໂຄງການສັງເກດການບັນດາກຸ່ມນັກຊ່ຽວຊານ ADMM+ ກໍຄືຊົມເຊີຍບັນດາປະເທດຈົດທະບຽນເຂົ້າຮ່ວມ ເພື່ອມີການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ.
ກອງປະຊຸມ ADMM ວົງແຄບ ໄດ້ຮັບຮອງເອົາຖະແຫຼງການຮ່ວມຕາມຫົວເລື່ອງສະເພາະຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ກ່ຽວກັບຜົນງານຂອງ ADMM ໃນການຜັນຂະຫຍາຍແຜນການສັງລວມ ປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ 2025.
ນັກຂ່າວ VOV ປະຈຳ ລາວ