ອາຊຽນ ແມ່ນຈຸດສຸມໃນຍຸດທະສາດຂອງອາເມລິກາຢູ່ອາຊີ - ປາຊີຝິກ

ອາຊຽນ ແມ່ນຈຸດສຸມໃນຍຸດທະສາດຂອງອາເມລິກາຢູ່ອາຊີ - ປາຊີຝິກ - ảnh 1

ອາຊຽນ ແມ່ນຈຸດສຸມໃນຍຸດທະສາດຂອງອາເມລິກາຢູ່ອາຊີ - ປາຊີຝິກ
(ພາບ: google.com.vn)

(vovworld) - ວັນ​ທີ 17/11, ປະທານາທິບໍດີອາ​ເມ​ລິ​ກາ Barack Obama ​ເລີ່​ມຕົ້ນ​ການ​ຢ້ຽມຢາມ 3 ປະ​ເທດ​ອາຊີ​ຄື: ​ໄທ, ມຽນມາ ​ແລະ ກຳປູ​ເຈຍ. ຕາມ​ທີ່​ປຶກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ Thomas Donilon ​ແລ້ວ, ການ​ຕົກລົງ​​ໄປ​ຢ້ຽມຢາມ​ອາຊີຄັ້ງ​ນີ້​ຂອງ​ທ່ານປະທານາທິບໍດີອາ​ເມ​ລິ​ກາ Barack Obama ​ເປັນ​ຂີດ​ໝາຍ​ບາດກ້າວເລີ່​ມຕົ້ນຂອງ​ໄລຍະ​ຕໍ່​ໄປ​ໃນ​ນະ​ໂຍບາຍສ້າງ​ຄວາມ​ດຸ່ນດ່ຽງ​ຄືນ​ໃໝ່​ຂອງ​ອາ​ເມ​ລິ​ກາຢູ່​ພາກ​ພື້ນ​ອາຊີ - ປາຊີ​ຝິກ. ຕາມ​ທ່ານ  Donilon ​ແລ້ວ, ທີ່​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ເຊິ່ງຈະ​ຈັດ​ຕັ້ງ​ຢູ່ກຳ​ປູ​ເຈຍ​ນັ້ນ, ປະທານາທິບໍດີອາ​ເມ​ລິ​ກາ Barack Obama  ຈະ​ປຶກສາ​ຫາລືຫຼາຍ​ບັນຫາພາກ​ພື້ນ​ທີ່​ມີ​ຄວາມ​ສົນ​ໃຈ​ຄື: ຄວາມສະຫງົບ​ປອດ​ໄພ​ໃນການ​ເດີນ​ທະ​ເລ, ການ​ປະຕິບັດ​ກົດໝາຍ, ການ​ຮັບ​ມື​ກັບ​ໄພພິບັດ, ການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ ​ແລະ ພະລັງງານ. ກ່ຽວ​ກັບ​ການ​ພິພາດ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ Donilon, ຊີ້​ແຈ້ງວ່າ:

        ”ປະທານາທິບໍດີອາ​ເມ​ລິ​ກາ Barack Obama   ​ໄດ້ຢັ້ງຢືນ​ຄືນ​ໃໝ່​ເຖິງ​ບັນດາ​ຫຼັກການ​ທີ່​ເປັນ​ພື້ນຖານ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ. ນັ້ນ​ແມ່ນ​ຄວາມ​ຈຳ​ເປັນ​ຕ້ອງ​ແກ້​ໄຂ​ການ​ພິພາດ ​ໂດຍ​ຜ່ານ​ບັນດາ​ມາດ​ຕະການ​ສັນຕິພາບ, ບໍ່​ກີດຂວາງ​ດ້ານ​ການ​ຄ້າ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ, ຮັບປະກັນ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ບໍ່​ຂົ່ມຂູ່ ຫຼື​ນຳ​ໃຊ້​ກຳລັງ​ອາວຸດ, ກໍ່​ຄວາມດັນ​ທາງ​ດ້ານ​ເສດຖະກິດ ​ເພື່ອ​ແກ້​ໄຂ​ຄວາມ​ພິພາດ. ພິ​ເສດ, ອາ​ເມ​ລິ​ກາ​ສະໜັບສະໜູນ​ຄວາມ​ມານະ​ພະຍາຍາມ​ຂອງ​ອາ​ຊຽນ​ໃນ​ການ​ກໍ່ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ. ​ເອກະສານ​ນີ້​ຈະ​ສ້າງ​ກອບ​ກົດໝາຍ​ໃຫ້​ແກ່​ການ​ແກ້​ໄຂ ​ແລະ ສະກັດ​ກັ້ນ​ການ​ພິພາດ ​ໂດຍ​ອີງ​ຕາມ​ຫຼັກການ​ເຫຼົ່າ​ນັ້ນ”

 

 

ຂ່າວ/ບົດ​ອື່ນ