ອາ​ຊຽນ ​ໄດ້​ຮຽກ​ຮ້ອງໃຫ້​ຮັກ​ສາ​ການ​ເຈ​ລະ​ຈາ ເພື່ອ​ສັນ​ຕິ​ພາບ​ໃນ​ແຫຼມ​ເກົາຫຼ​ີ

(VOVWORLD) - ຮ່າງຖະແຫຼງການຂອງປະທານ ARF ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຂອງ ສ.ເກົາຫຼີ, ອາເມລິກາ ແລະ ຈີນເພື່ອຊຸກຍູ້ການເຈລະຈາກັບ ສປປ.ເກົາຫຼີ.

        ບັນດາລັດຖະມົນຕີເຂົ້າຮ່ວມເວທີປາໄສປ້ອງກັນຄວາມໝັ້ນຄົງໃນພາກພື້ນ ອາຊຽນ ຢູ່ ບາງກອກ (ປະເທດໄທ) ໃນເດືອນສິງຫາຈະ ມາເຖິງ, ຄາດວ່າຈະຊົມເຊີຍການເຈລະຈາໃນຫວ່າງມໍ່ໆມານີ້ຂອງບັນດາການນຳ ອາເມລິກາ ແລະ ສປປ.ເກົາຫຼີ, ພ້ອມທັງຮຽກຮ້ອງໃຫ້ການເຈລະຈາລະຫວ່າງບັນດາປະເທດທີ່ກ່ຽວຂ້ອງເພື່ອຫັນການປະຕິບັດປອດນິວເຄຼຍໃນແຫຼມເກົາຫຼີໃຫ້ປະກົດຜົນເປັນຈິງ. ເວທີປາໄສໃນພາກພື້ນ ອາຊຽນ (ARF), ຈະໄດ້ຮັບການຈັດຕັ້ງຢູ່ ບາງກອກ ໃນວັນທີ 2 ສິງຫາ ຈະມາເຖິງ, ເຊິ່ງເຕົ້າໂຮມ ລັດຖະມົນຕີກະຊວງການຕ່າງປະເທດ 27 ທ່ານຂອງບັນດາປະເທດ ຄື ອາເມລິກາ, ຈີນ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ, ລັດເຊຍ ແລະ ຍີ່ປຸ່ນ ເພື່ອປຶກສາຫາລືບັນດາບັນຫາຄວາມໝັ້ນຄົງ. ນີ້ແມ່ນໜຶ່ງໃນຈຳນວນໜ້ອຍຂອງເວທີປາໄສຫຼາຍຝ່າຍຊຶ່ງ ສປປ.ເກົາຫຼີ ເຂົ້າຮ່ວມ.

        ຮ່າງຖະແຫຼງການຂອງປະທານ ARF ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຂອງ ສ.ເກົາຫຼີ, ອາເມລິກາ ແລະ ຈີນເພື່ອຊຸກຍູ້ການເຈລະຈາກັບ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ