ອາຊຽນ 2020: ການໂອ້ລົມສົນທະນາທາງອອນລາຍລະຫວ່າງ ອາຊຽນ ແລະ ລາຊະອານາຈັກອັງກິດ
(VOVWORLD) -ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນຄັ້ງທີ 52 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ (AEM-52), ຕອນຄ່ຳວັນທີ 26 ສິງຫາ, ບັນດາລັດຖະມົນຕີເສດຖະກິດອາຊຽນໄດ້ມີການໂອ້ລົມສົນທະນາທາງອອນລາຍຕາມຮູບການ “Troika ເປີດກ້ວາງ” ກັບລາຊະອານາຈັກອັງກິດ (UK).
ການໂອ້ລົມສົນທະນາທາງອອນລາຍລະຫວ່າງ ອາຊຽນ ແລະ ລາຊະອານາຈັກອັງກິດ
(ພາບ: congthuong.vn)
|
ພາຍໃຕ້ການປະສານງານຂອງທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ທ່ານນາງ Elizabeth Truss ລັດຖະມົນຕີກະຊວງການຄ້າ ລາຊະອານາຈັກອັງກິດ, ສອງຝ່າຍໄດ້ສະແດງຄວາມວິຕົກກັງວົນກ່ຽວກັບຜົນສະທ້ອນຈາກໂລກລະບາດ Covid – 19 ທີ່ມີຕໍ່ການເຕີບໂຕ ແລະ ພັດທະນາເສດຖະກິດຂອງບັນດາຝ່າຍ.
ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາພ້ອມກັນຮ່ວມມືເພື່ອຮັກສາ ແລະ ເຮັດໃຫ້ການພົວພັນດ້ານເສດຖະກິດລະຫວ່າງ ອາຊຽນ ແລະ UKເລິກເຊິ່ງກ່ວາອີກ, ຫຼຸດຜ່ອນຜົນສະທ້ອນທາງດ້ານເສດຖະກິດຈາກໂລກລະບາດ Covid - 19 ທີ່ມີຕໍ່ບັນດາພື້ນຖານເສດຖະກິດຂອງສອງຝ່າຍ, ເພີ່ມທະວີຄວາມໄຫວພິບ ຂອງບັນດາພື້ນຖານເສດຖະກິດຂອງສອງຝ່າຍ, ສືບຕໍ່ເດີນຕາມນະໂຍບາຍເສດຖະກິດ ເປີດກ້ວາງ ແລະ ໂປ່ງໃສ…
ພ້ອມກັນນັ້ນ, ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນເພື່ອແນໃສ່ບັນລຸໄດ້ບັນດາໝາກຜົນທີ່ແທດຈິງ, ມຸ່ງໄປສູ່ກອງປະຊຸມລັດຖະມົນຕີອົງການການຄ້າໂລກ (WTO) ຄັ້ງທີ 12, ຊຸກຍູ້ວຽກເຮັດງານທຳ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ສອງຝ່າຍ, ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ແລະ ເດີນຕາມເປົ້າໝາຍການຄ້າເສລີ.