ອາ​ຊຽນ 2020: ນັກ​ຊ່ຽວ​ຊານ​ຍີ່​ປຸ່ນ ໃຫ້​ຂໍ້​ສັງ​ເກດ​ ຫວຽດ​ນາມປະ​ຕິ​ບັດ​ບົດ​ບາດ​ປະ​ທານ​ອາ​ຊຽນ​ສຳ​ເລັດ​ເປັນ​ຢ່າງ​ດີ

(VOVWORLD) -ປີ 2020, ຫວຽດນາມໄດ້ສ້າງຂີດໝາຍຢ່າງໃຫຍ່ຫຼວງຢູ່ເວທີສາກົນເມື່ອປະຕິບັດຕຳແໜ່ງປະທານໝູນວຽນ ອາຊຽນ ເຖິງວ່າ ນີ້ແມ່ນປີທີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ຕົ້ນຕໍແມ່ນຍ້ອນຜົນກະທົບຈາກພະຍາດ ໂຄວິດ - 19.
ອາ​ຊຽນ 2020: ນັກ​ຊ່ຽວ​ຊານ​ຍີ່​ປຸ່ນ ໃຫ້​ຂໍ້​ສັງ​ເກດ​ ຫວຽດ​ນາມປະ​ຕິ​ບັດ​ບົດ​ບາດ​ປະ​ທານ​ອາ​ຊຽນ​ສຳ​ເລັດ​ເປັນ​ຢ່າງ​ດີ - ảnh 1ທ່ານ Hiroyuki Moribe ຫົວໜ້າບໍລິຫານສະຖາບັນຄົ້ນຄ້ວາເສດຖະກິດ ຫວຽດນາມ (VERI) ຂອງຍີ່ປຸ່ນ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານ Hiroyuki Moribe ຫົວໜ້າບໍລິຫານສະຖາບັນຄົ້ນຄ້ວາເສດຖະກິດ ຫວຽດນາມ (VERI) ຂອງຍີ່ປຸ່ນ ໄດ້ຢັ້ງຢືນວ່າ ຫວຽດນາມໄດ້ປະຕິບັດບົດບາດປະທານອາຊຽນສຳເລັດເປັນຢ່າງດີ.

ຕາມທ່ານ Hiroyuki Moribe ແລ້ວ, ດ້ວຍຖານະຕຳແໜ່ງເປັນປະທານອາຊຽນ 2020, ຫວຽດນາມໄດ້ແບກຫາບພາລະໜ້າທີ່ໜັກທີ່ສຸດ ໃນການນຳພາອາຊຽນ ວາງອອກມາດຕະການໃຫ້ແກ່ຫຼາຍບັນຫາສຳຄັນ ແລະ ປະຕິບັດໜ້າທີ່ນີ້ສຳເລັດເປັນຢ່າງດີ. ໃນສະພາບການ ໂລກລະບາດ ໂຄວິດ - 19 ແຜ່ລາມຢ່າງຮ້າຍແຮງ, ຫວຽດນາມສາມາດຄວບຄຸມພະຍາດໂຄວິດ - 19 ຢູ່ພາຍໃນປະເທດໄດ້ໂດຍໄວ, ຕິດຕາມ, ເຝົ້າລະວັງການຜັນແປຂອງພະຍາດໃນພາກພື້ນ ແລະ ໃນໂລກຢ່າງໃກ້ຊິດ. ເລື່ອງຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ທາງອອນລາຍໃນສະພາບການ ໂລກລະບາດ ໂຄວິດ - 19 ມີການຜັນແປຢ່າງສັບສົນໄດ້ສຳເລັດນັ້ນ ເປັນການສະແດງໃຫ້ເຫັນ ການຮັບມືເປັນຢ່າງດີຂອງຫວຽດນາມ. ຍ້ອນມີການປ້ອງກັນພະຍາດໄດ້ເປັນຢ່າງດີ ຫວຽດນາມຈຶ່ງຮັກສາໄດ້ການເຄື່ອນໄຫວຕິດຕໍ່ກັບລະບົບສະໜອງການຜະລິດແລະຊຸກຍູ້ການລົງນາມສັນຍາການຄ້າເສລີສະບັບຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ