ອ​າ​ຊຽນ 2020: ຫວຽດ​ນາມຫັນ​ວິ​ກິດການ​ກາຍ​ເປັນ​ກາ​ລະ​ໂອ​ກາດຢ່າງ​ສຳ​ເລັດ​ຜົນ

(VOVWORLD) -ມີເອກະສານກ່ວາ 80 ສະບັບໄດ້ຮັບຮອງເອົາຢູ່ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ (12 – 15 ພະຈິກ) ແມ່ນຫຼັກຖານສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ຫັນວິກິດການກາຍເປັນກາລະໂອກາດ. 
ອ​າ​ຊຽນ 2020: ຫວຽດ​ນາມຫັນ​ວິ​ກິດການ​ກາຍ​ເປັນ​ກາ​ລະ​ໂອ​ກາດຢ່າງ​ສຳ​ເລັດ​ຜົນ - ảnh 1ທ່ານ Lim Sungnam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳອາຊຽນ ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ຈາກາຕາ (ພາບ:TTXVN) 

        ຫວຽດນາມໄດ້ປະຕິບັດ ວຽກງານໄດ້ດີທີ່ສຸດ. ນີ້ແມ່ນການຢັ້ງຢືນຂອງ ທ່ານ Lim Sungnam ເອກອັກຄະລັດຖະທູດ ສ.ເກົາຫຼີປະຈຳ ອາຊຽນ ໃນການຕອບສຳພາດຕໍ່ນັກຂ່າວ ຢູ່ຈາກາຕາ, ໃນວັນທີ 18 ພະຈິກ. ທ່ານ Lim Sungnam ໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ “ປະຕິບັດວຽກງານຂອງຕົນໄດ້ເປັນຢ່າງດີທີ່ສຸດ” ແລະ ປະຕິບັດບັນດາກອງປະຊຸມຂັ້ນສູງໃນອາທິດແລ້ວນີ້ ປະສົບຜົນສຳເລັດຢ່າງຈົບງາມໃນທັງ 3 ຂົງເຂດ. ກ່ອນອື່ນໝົດ, ອາຊຽນ ພ້ອມກັບບັນດາປະເທດຄູ່ເຈລະຈາ ແລະ ປະຊາຄົມໃນພາກພື້ນ  ສາມາດຢັ້ງຢືນໄດ້ ຄຳໝັ້ນສັນຍາການຮ່ວມມືໃນການປ້ອງກັນ, ຕ້ານ ໂລກລະບາດ ໂຄວິດ - 19. ທີ 2 ແມ່ນ, ອາຊຽນໄດ້ຍົກອອກແຜນການລະອຽດໃຫ້ແກ່ການຟື້ນຟູເສດຖະກິດໄລຍະຫຼັງ ໂລກລະບາດໂຄວິດ - 19 ທີ່ມີຊື່ວ່າ “ແຜນການຟຶ້ນຟູອາຊຽນຢ່າງຮອບດ້ານ ACRF ແລະ ໄດ້ຮັບການສະໜັບສະໜູນຈາກປະຊາຄົມພາກພື້ນຫຼາຍທີ່ສຸດ. ສຸດທ້າຍ ແມ່ນການລົງນາມສັນຍາ RCEF - ເຊິ່ງແມ່ນຂີດໝາຍປະຫວັດສາດ. RCEP ຈະແມ່ນຂອບເຂດທີ່ມີສຳຄັນທີ່ສຸດເພື່ອເປີດກ້ວາງການຄ້າ ແລະ ການລົງທຶນໃນພາກພື້ນ ແລະ ທົ່ວໂລກໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ