ອາຊຽນ + 3 ແບ່ງປັນບົດຮຽນປະສົບການໃນການຟື້ນຟູຕະຫຼາດແຮງງານ ພາຍຫຼັງພະຍາດໂຄວິດ - 19
(VOVWORLD) -ກອງປະຊຸມໃຫ້ຄຳໝັ້ນສັນຍາ ບັນລຸໄດ້ເປົ້າໝາຍລວມ ແມ່ນຟື້ນຟູ ແລະ ເຕີບໂຕຢ່າງສະໝ່ຳສະເໝີ ແລະ ຍືນຍົງໃນພາກພື້ນ, ຮັບປະກັນວຽກເຮັດງານທຳຢ່າງເປັນປົກກະຕິຂອງທຸກຄົນ ແລະ ໜູນຊ່ວຍຍົກສູງຄຸນນະພາບໃນການດຳລົງຊີວິດຂອງປະຊາຊົນ ເປັນຕົ້ນແມ່ນຄົນທີ່ດຳລົງຊີວິດຢູ່ເຂດທຸກຍາກ ແລະ ຊົນນະບົດ ແລະ ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງ.
ພາບປະກອບ: Reuters |
ກອງປະຊຸມລັດຖະມົນຕີກະຊວງແຮງງານ ອາຊຽນ + 3 (ALMM+3, ລວມມີ ອາຊຽນ ແລະ 3 ປະເທດຄູ່ຮ່ວມມືແມ່ນ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 12 ຫາກໍ່ດຳເນີນຢູ່ ມານີລາ, ປະເທດ ຟີລິບປິນ. ກອງປະຊຸມໄດ້ແບ່ງປັນບົດຮຽນປະສົບການໃນການຟື້ນຟູຕະຫຼາດແຮງງານ ຕໍ່ໜ້າຜົນກະທົບຈາກພະຍາດໂຄວິດ - 19, ພ້ອມທັງປັບຕົວໃຫ້ແທດເໝາະກັບການຫັນປ່ຽນຢ່າງວ່ອງໄວໃນບັນຫາວຽກເຮັດງານທຳ ໂດຍຄວາມກ້າວໜ້າທາງດ້ານເຕັກໂນໂລຢີ, ດີຈີຕອນ, ການຫັນພື້ນຖານເສດຖະກິດ ເປັນສີຂຽວ ແລະ ສັງຄົມມີອັດຕາຜູ້ອາຍຸສູງເພີ່ມຂຶ້ນ. ກອງປະຊຸມໃຫ້ຄຳໝັ້ນສັນຍາ ບັນລຸໄດ້ເປົ້າໝາຍລວມ ແມ່ນຟື້ນຟູ ແລະ ເຕີບໂຕຢ່າງສະໝ່ຳສະເໝີ ແລະ ຍືນຍົງໃນພາກພື້ນ, ຮັບປະກັນວຽກເຮັດງານທຳຢ່າງເປັນປົກກະຕິຂອງທຸກຄົນ ແລະ ໜູນຊ່ວຍຍົກສູງຄຸນນະພາບໃນການດຳລົງຊີວິດຂອງປະຊາຊົນ ເປັນຕົ້ນແມ່ນປະຊາຊົນທີ່ດຳລົງຊີວິດຢູ່ເຂດທຸກຍາກ ແລະ ຊົນນະບົດ ແລະ ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງ.
ກອງປະຊຸມເນັ້ນໜັກວ່າ ຄວາມສຳຄັນຂອງການຮ່ວມມື ອາຊຽນ + 3 ກ່ຽວກັບແຮງງານມຸງໄປເຖິງເປົ້າໝາຍຍາວນານແມ່ນສ້າງປະຊາຄົມອາຊີຕາເວັນອອກ ທີ່ມີຄວາມສາມາດຮັບມື ແລະ ຖື ອາຊຽນ ແມ່ນກຳລັງໜູນ, ພ້ອມທັງຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ການເຕີບໂຕກວມລວມ, ພັດທະນາແບບຍືນຍົງ. ກອງປະຊຸມໄດ້ເຫັນດີເປັນເອກະພາບຊຸກຍູ້ກອງປະຊຸມຄັ້ງຕໍ່ໄປໃນປີ 2024 ໃນອາຍຸການເປັນປະທານ ALMM ຂອງ ສິງກະໂປ.