ອາຊຽນ+3ມານະພະຍາຍາມຍົກການຮ່ວມມືຂຶ້ນສູ່ລະດັບສູງໃໝ່
ພາບປະກອບ
(vovworld) – ຕອນເຊົ້າວັນທີ 26/7, ຢູ່ສູນກອງປະຊຸມແຫ່ງຊາດລາວ ທີ່ນະຄອນຫຼວງ ວຽງຈັນ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ +3 ຄັ້ງທີ 17 ກັບຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ ລາວ. ເຂົ້າຮ່ວມກອງປະຊຸມມີລັດຖະມົນຕີການຕ່າງປະເທດມາຈາກ 10 ປະເທດ ອາຊຽນ, ທ່ານເລຂາທິການໃຫຍ່ ອາຊຽນ, ລັດຖະມົນຕີການຕ່າງປະເທດ ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ. ທີ່ກອງປະຊຸມ, ບັນດາລັດຖະມົນຕີຕີລາຄາການຮ່ວມມືຂອງ ອາຊຽນ +3 ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງໃນປີ 1997, ພ້ອມທັງຢັ້ງຢືນໃນໄລຍະຜ່ານມາ, ອາຊຽນ +3 ບັນລຸໄດ້ບັນດາຄວາມຄືບໜ້າສຳຄັນໃນຫຼາຍຂົງເຂດຮ່ວມມື, ພິເສດແມ່ນໃນຂົງເຂດການເງິນ ແລະ ການຄ້ຳປະກັນດ້ານສະບຽງອາຫານ. ກອງປະຊຸມຊົມເຊີຍເລື່ອງຫັນຂໍ້ລິເລີ່ມຈຽງໃໝ່ (CMIM) ເປັນຫຼາຍຝ່າຍ, ຫ້ອງການຄົ້ນຄ້ວາເສດຖະກິດມະຫາພາກ ອາຊຽນ +3 (AMRO), ຂໍ້ລິເລີ່ມຕະຫຼາດພັນທະບັດ ອາຊີ (ABMI), ກົນໄກລົງທຶນຮັບປະກັນສິນເຊື່ອ (CGIF), ຢັ້ງຢືນບັນດາໂຄງປະກອບນີ້ໄດ້ເພີ່ມທະວີຢ່າງຕໍ່ເນື່ອງຊ່ວຍຮັບປະກັນໃຫ້ແກ່ເຄືອຂ່າຍຄວາມປອດໄພດ້ານການເງິນພາກພື້ນເພື່ອແນໃສ່ຮັບປະກັນສະຖຽນລະພາບຂອງພື້ນຖານເສດຖະກິດພາກພື້ນ. ບັນດາລັດຖະມົນຕີກໍ່ໄດ້ຢັ້ງຢືນຄືນໃໝ່ຄວາມສຳຄັນຂອງກົນໄກ ອາຊຽນ +3 ໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ, ສົ່ງເສີມບັນດາວົງການເຈົ້າໜ້າທີ່ກ່ຽວຂ້ອງສືບຕໍ່ປະຕິບັດແຜນການປະຕິບັດງານ 2013 – 2017 ແລະ ບັນດາຂໍ້ສະເໜີຂອງກຸ່ມວິໄສທັດ ອາຊີ ຕາເວັນອອກ 2 (EAVG II)ເພື່ອແນໃສ່ຍົກລະດັບການຮ່ວມມືຂອງ ອາຊຽນ+3 ຂຶ້ນສູ່ລະດັບສູງໃໝ່.