(vovworld) – ວັນທີ 02/11, ຢູ່ນະຄອນຫຼວງ ອານເຊີຣີ, ໄດ້ຈັດກອງປະຊຸມຂັ້ນລັດຖະມົນຕີລະຫວ່າງ 3 ປະເທດ ອານເຊີຣີ - ອີຍິບ - ອີຕາລີ, ດ້ວຍເນື້ອໃນຕົ້ນຕໍແມ່ນເພື່ອແນໃສ່ຕີລາຄາສະພາບການຂອງລີບີ ໃນຂອບເຂດການສົມທົບວຽກງານລະຫວ່າງ 3 ປະເທດດັ່ງກ່າວ, ເພື່ອແນໃສ່ຊອກຫາທາງອອກໃຫ້ວິກິດການການເມືອງຢູ່ປະເທດນີ້. ຖະແຈ້ງຂ່າວຂອງກະຊວງການຕ່າງປະເທດອານເຊີຣີ ຊີ້ແຈ້ງວ່າ, ລັດຖະມົນຕີບັນດາປະເທດໄດ້ສຸມໃສ່ພິຈາລະນາສະພາບການຢູ່ລີບີ ແລະ ຊອກຫາບັນດາມາດຕະການແກ້ໄຂ ເພື່ອແນໃສ່ຊຸກຍູ້ການປະຕິບັດວິວັດການເຈລະຈາລະຫວ່າງຝ່າຍຕ່າງໆຢູ່ລີບີ ໃຫ້ບັນລຸຜົນສຳເລັດ ພາຍໃຕ້ການອຸປະຖຳຂອງສະຫະປະຊາຊາດ ເພື່ອສ້າງຕັ້ງລັດຖະບານສາມັກຄີແຫ່ງຊາດ ດ້ວຍຄວາມຫວັງວ່າ ຈະນຳປະເທດອາຟະລິກາເໜືອນີ້ ຫຼຸດພົ້ນອອກຈາກວິກິດການການເມືອງຄືປະຈຸບັນ.