ອານເຢຣີ,ອິນໂດເນເຊຍຈັບຕົວເປົ້າໝາຍກໍ່ການຮ້າຍກ່ວາ20ຄົນກ່ຽວຂ້ອງເຖິງIS

ອານເຢຣີ,ອິນໂດເນເຊຍຈັບຕົວເປົ້າໝາຍກໍ່ການຮ້າຍກ່ວາ20ຄົນກ່ຽວຂ້ອງເຖິງIS - ảnh 1
Bahrun Naim, ທະ​ຫານກະ​ບົດ​ຂອງ IS
(ພາບ: www.konfrontasi.com)

Vovworld - ວັນ​ທີ 15/1, ແຫຼ່ງ​ຂ່າວ​ຈາກ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອານ​ເຢ​ຣີ ໃຫ້​ຮູ້​ວ່າ: ຕຳຫຼວດ​​ແຂວງ Boumerdes ໄດ້​ທັບ​ມ້າງ​ເຄືອ​ຂ່າຍກໍ່​ການ​ຮ້າຍ​ເຊິ່​ງ​ລວມ​ມີ 21 ຄົນ, ໃນ​ນັ້ນ​ມີ​ແມ່​ຍິງ 8 ຄົນ ເຄື່ອນ​ໄຫວ​ໃຫ້​ກຸ່ມ​​ກະ​ບົດ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ. ໃນ​ບັນ​ດາ​ການປິດ​ລ້ອມ​ຢູ່​ເຂດ​ຊານ​ນະ​ຄອນ ອານ​ເຢ​ຣີ, ນະ​ຄອນຫຼວງ ອານ​ເຢ​ຣີ, ຕຳຫຼວດ​ກໍ​ໄດ້​ຈັບ​ຕົວ​ຊາຍ 13 ຄົນ​ອື່ນ​ໃນ​ເຄືອ​ຂ່າຍກໍ່​ການ​ຮ້າຍນີ້ ເຊິ່ງ​ເຄີຍ​ເກນ​ທະ​ຫານ​ໃນ​ໝູ່​ຊາວ​ໜຸ່ມ​​ເຂົ້າເຮັດ​ວຽກ​ໃຫ້ IS ຜ່ານ​ແວບ​ໄຊ​ສື່​ສັງ​ຄົມ. ໃນ​ຂະ​ນະ​ນັ້ນ, ຢູ່ ອິນ​ໂດ​ເນ​ເຊຍ, ໃນ​ການຂັບ​ໄລ່​ຢູ່ເມືອງ Cirebon ແຂວງ Java ຕາ​ເວັນ​ຕົກ, ຕຳຫຼ​ວດ​ປະ​ເທດນີ້​ໄດ້​ຈັບ​ຕົວ​ 3 ຄົນ​ທີ່​ຖືກ​ສົງ​ໄສ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ IS. ກຳ​ລັງ​ຕຳຫຼວດ​ພິ​ເສດ​ຕ້ານກໍ່​ການ​ຮ້າຍ​ພວມ​ດຳ​ເນີນ​ການສອບ​​ປາກ​ຄຳ​ບັນ​ດາ​ເ​ປົ​້າ​ໝາຍ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ