ອາບ​ກາ​ນິດ​ສະ​ຖານ ຈັບ​ຕົວ ຜູ້​ບັນ​ຊາ​ການ​ສຳ​ຄັນ​ຂອງ ຕາ​ລີ​ບານ

(VOVWORLD) - ປັດຈຸບັນ, ກຳລັງ ຕາລີບານ ຍັງບໍ່ມີຄຳຄິດເຫັນຫຍັງກ່ຽວກັບຂໍ້ມູນອາບການິດສະຖານ ຈັບຕົວ ຜູ້ບັນຊາການສຳຄັນຂອງ ຕາລີບານ.
ອາບ​ກາ​ນິດ​ສະ​ຖານ ຈັບ​ຕົວ ຜູ້​ບັນ​ຊາ​ການ​ສຳ​ຄັນ​ຂອງ ຕາ​ລີ​ບານ - ảnh 1

ບັນດາມືປືນທີ່ໄດ້ຖືວ່າແມ່ນສະມາຊິກຂອງ ຕາລີບານຖືກຈັບຕົວຢູ່ Jalalabad, ອາບການິດສະຖານ

(ພາບ: AFP/TTXVN)

ວັນທີ 5 ມັງກອນ, ກຳລັງປ້ອງກັນຄວາມສະຫງົບ ອາບການິດສະຖານ ປະກາດວ່າ ໄດ້ຈັບຕົວໄດ້ ຜູ້ບັນຊາການຫຼັກແຫຼ່ງຂອງ ກຳລັງ ຕາລີບານ ຢູ່ ແຂວງ Faryab ພາກເໜືອ ຂອງປະເທດນີ້. ຜູ້ບັນຊາການຫຼັກແຫຼ່ງຂອງ ຕາລີບານ Quari Nizamudin ຖືກຕຳຫຼວດຈັບຕົວໃນຂະນະທີ່ກຳລັງຊອກຫາວິທີເຂົ້ານະຄອນ Maimana ໃນຕອນຄ່ຳວັນທີ 4 ມັງກອນ.

ຕອບກັບ

ຂ່າວ/ບົດ​ອື່ນ