(ພາບປະກອບ:salon.com)
(vovworld): ວັນທີ 14/1, ປະທານາທິບໍດີອາບການນີສະຖານ Hamid Karzai ໃຫ້ຮູ້ວ່າ: ບັນຫາສິດຍົກເວັ້ນຟ້ອງສານສຳລັບທະຫານອາເມລິກາ ຢູ່ອາບການີສະຖານ ຫຼັງປີ 2014 ຈະຖືກຕັດສິນພາຍຫຼັງໄລຍະເວລາປະມານແຕ່ 8-9 ເດືອນຈະມາເຖິງ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ນະຄອນຫຼວງ Kabul ພາຍຫຼັງການໄປຢ້ຽມຢາມອາເມລິກາ, ທ່ານ Hamid Karzai ຊີ້ແຈງວ່າ: “ບັນຫາສິດຍົກເວັ້ນພວມໄດ້ຮັບການປຶກສາຫາລື ແລະ ການປຶກສາຫາລືຕ້ອງການເວລາແຕ່ 8-9 ເດືອນກ່ອນທີ່ຈະບັນລຸຂໍ້ຕົກລົງໄດ້“.
ກ່ອນໜ້ານັ້ນ, ປະທານາທິບໍດີອາເມລິກາ Barack Obama ປະກາດວ່າບໍ່ມີທະຫານອາເມລິກາ ຄົນໃດຈະຢູ່ປະເທດອາບການີສະຖານ ພາຍຫລັງທີ່ກຳລັງທະຫານອາເມລິກາ ແລະ ບັນດາປະເທດພັນທະມິດໃນອົງການນາໂຕ ຖອນອອກຈາກປະເທດນີ້ໃນປີ 2014 ເວັ້ນເສຍແຕ່ເຂົາເຈົ້າໄດ້ຊົມໃຊ້ສິດພິເສດຍົກເວັ້ນຟ້ອງສານຢູ່ອາບການນີສະຖານ.