ອາບການິສະຖານດັບສູນພວກກະບົດຕາລີບານນັບສິບຄົນ

ອາບການິສະຖານດັບສູນພວກກະບົດຕາລີບານນັບສິບຄົນ - ảnh 1
ທະຫານອາບ​ກາ​ນິສະຖານ (ພາບ: AP)

(vovworld) - ວັນ​ທີ 28/2, ​ໂຄສົກ​ກອງທັບ​ຢູ່​ແຂວງ  Baghlan ທາງ​ພາກ​ເໜືອ ອາບ​ກາ​ນິສະຖານ, ທ່ານ Ahmad Jawed Salim ​ໃຫ້​ຮູ້​ວ່າ, ພວກ​ກະບົດ​ ຕາ​ລີ​ບານ 22 ຄົນ​ຖືກ​ດັບ​ສູນ​ໃນ​ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ​ຢູ່​ແຂວງ​ນີ້​ໃນຕະຫຼອດ 24 ຊົ່ວ​ໂມງ​ຜ່ານ​ມາ, ​ລັດຖະບານ ອາບ​ກາ​ນິສະຖານ ​ໄດ້​ປຸກລະດົມ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​ໃນ​ກາງ​ເດືອນ 1 ຜ່ານ​ມາ ​ເພື່ອ​ດັບ​ສູນ​ພວກ​ກະບົດ ຕາ​ລີ​ບານ ​ແລະ ຟື້ນ​ຟູ​ການ​ຄວບ​ຄຸມຂອງ​ອຳນາດ​ການ​ປົກ​ຄອງ​ຢູ່​ສອງ​ເມືອງ​ທີ່​ຖືກ​ຖື​ວ່າ​ເປັນ​ຖານ​ທີ່​ໝັ້ນ​ຂອງ​ ຕາ​ລີ​ບານ​ຢູ່​ແຂວງ Baghlan. ​ໃນ​ວັນ​ດຽວ​ກັນ, ​ເຈົ້າ​ແຂວງ Faryab ຢູ່​ພາກ​ເໜືອ ອາບ​ກາ​ນິສະຖານ, ທ່ານ Sayyed Anwar Saadat ​ໃຫ້​ຮູ້​ວ່າ, ມີ​ມື​ປືນ ຕາ​ລີ​ບານ​ປະມານ 130 ຄົນ ​ໄດ້​ປະລະ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ຍອມ​ຈຳນົນ​ອຳນາດ​ການ​ປົກຄອງ​ນີ້. ຕາມ​ວົງ​ການ​ເຈົ້າ​ໜ້າ​ທີ່ ອາບ​ກາ​ນິສະຖານ, ມາ​ຮອດ​ປະຈຸ​ບັນ​ໄດ້​ມີ​ພວກ​ກະບົດ ຕາ​ລີ​ບານ ກວ່າ 10.000 ຄົນ​ປະ​ອາວຸດ ​ແລະ ​ເຂົ້າ​ຮ່ວມ​ວິວັດທະນາ​ການ​ສັນຕິພາບ​ ​ແລະ ​ປອງ​ດອງ​ຊາດ​ເຊິ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ລັດຖະບານ​ໃນ 6 ປີຜ່ານມາ.

ຂ່າວ/ບົດ​ອື່ນ