ອາຣັບບີຊາອຸດິຈະຕັດການພົວພັນທາງການທູດກັບອີຣານ
ສະຖານທູດຂອງ ອາຣັບບີ ຊາອຸດິ ປະຈຳ ເຕເຮຣານ ຖືກບຸກໂຈມຕີ
(ພາບ: Reuters) |
(vovworld) – ວັນທີ 3/1, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາຣັບບີ ຊາອຸດິ Adel Al Jubeir ປະກາດໂດຍບັງເອີນວ່າ: ລາຊະອານາຈັກນີ້ຈະຕັດການພົວພັນທາງການທູດກັບ ອີຣານ ພາຍຫຼັງເຫດການຜູ້ແຫ່ຂະບວນປະທ້ວງໄດ້ບຸກເຂົ້າສະຖານທູດ ອາຣັບບີ ຊາອຸດິ ຢູ່ເຕເຮຣານ ເພື່ອຄັດຄ້ານ Riyadh ປະຫານຊີວິດທ່ານ Nimr Al Nimr, ເຊິ່ງແມ່ນບາດຫຼວງສາສະໜາອິດສະລາມນິກາຍ ຊີອະ. ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ Adel Al Jubeir ໃຫ້ຮູ້ວ່າ: ພາລະກອນການທູດທັງໝົດຂອງ ອີຣານ ຕ້ອງອອກຈາກ ອາຣັບບີ ຊາອຸດິ ໃນຮອບເວລາ 48 ຊົ່ວໂມງ. ໃນຂະນະນັ້ນ, ຊ່ອງໂທລະພາບ Al Jazeera ກໍໃຫ້ຂ່າວວ່າ: ກະຊວງການຕ່າງປະເທດ ອາຣັບບີ ຊາອຸດິ ປະກາດວ່າ: ພະນັກງານການທູດທັງໝົດຂອງປະເທດນີ້ຈະໄດ້ອົບພະຍົບອອກຈາກ ອີຣານ.
ປະຕິກິລິຍາຕໍ່ຄຳຕັດສິນຕັດສາຍພົວພັນກັບ ອີຣານ ຂອງ ອາຣັບບີ ຊາອຸດີ, ວັນທີ 3/1, ອາເມລິກາ ປະກາດສົ່ງເສີມການເຂົ້າຮ່ວມທາງການທູດ. ໂຄສົກຂອງກະຊວງການຕ່າງປະເທດ ອາເມລິກາ John Kirby ໃຫ້ຮູ້ວ່າ: ອາເມລິກາ ເຊື່ອໝັ້ນວ່າການແຊກຊຶມທາງການທູດ ແລະ ການໂອ້ລົມສົນທະນາໂດຍກົງຍັງແມ່ນວຽກງານຈຳເປັນເພື່ອຮັດແຄບຄວາມບໍ່ລົງລອຍກັນ. ອາເມລິກາ ຈະຊຸກຍູ້ບັນດາການນຳຂອງເຂດນີ້ມີການເຄື່ອນໄຫວເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ.