ອ່າວຮ້າລອງຂອງ ຫວຽດນາມ ແມ່ນ 1 ໃນ 5 ແດນສະຫວັນເຂດຮ້ອນ ຢູ່ອາຊີ
ອ່າວຮ້າລອງຍາມສາຍັນ
(ພາບ: ອີນເຕີເນັດ)
(vovworld) – ສຳນັກຂ່າວສານ CNN (ອາເມລິກາ) ຫາກໍເລືອກເຟັ້ນອ່າວຮ້າລອງຂອງຫວຽດນາມ ແມ່ນໜຶ່ງໃນ ແດນສະຫວັນເຂດຮ້ອນ 5 ແຫ່ງຂອງອາຊີ. ສຳນັກຂ່າວສານນີ້ ຕີລາຄາຄວາມງາມປະທັບໃຈທີ່ສຸດເຊິ່ງແຂກທ່ອງທ່ຽວບໍ່ຄວນພາດເມື່ອມາແຫ່ງນີ້, ນັ້ນແມ່ນທັດສະນີຍະພາບຍາມສາຍັນໃນອ່າວຮ້າລອງ. ຕາມນັ້ນແລ້ວ, ສະຖານທີ່ 5 ແຫ່ງທີ່ໄດ້ຮັບການເລືອກເຟັ້ນລວມມີ: ໝູ່ເກາະ Anambas (ອິນໂດເນເຊຍ), Langwaki (ມາເລເຊຍ), ໝູ່ເກາະ 2 ແຫ່ງ ເກາະຊ້າງ, ເກາະ Similan (ໄທ) ແລະ ອ່າວຮ້າລອງ (ຫວຽດນາມ). ໝາກຜົນນີ້ໄດ້ອີງບົນພື້ນຖານການສຳຫຼວດ, ຕີລາຄາຂອງບັນດານັກຊ່ຽວຊານການທ່ອງທ່ຽວ, ນັກຮຽນຮູ້, ນັກຂ່າວທີ່ມີຊື່ສຽງກ່ຽວກັບການທ່ອງທ່ຽວຢູ່ອາຊີ. ສຳນັກຂ່າວສານ CNN ຍັງຕີລາຄາວ່າ: ອ່າວຮ້າລອງ ແມ່ນສະຖານທີ່ທ່ອງທ່ຽວລ່ອງເຮືອທີ່ຍອດຢຽມ ດ້ວຍເກາະຫີນຫຼາຍແຫ່ງ, ບັນຍາກາດສະຫງົບງຽບ ແລະ ມະຫັດສະຈັນ.