(vovworld) - ກະຊວງກະສິກຳອາເມລິກາ (USDA) ຫາກໍ່ປະກາດຈົດໝາຍທາງການສະຫະລັດ ສະເໜີຂໍຄຳເຫັນຂອງມວນຊົນກ່ຽວກັບການປັບປຸງບັນດາຂໍ້ກຳນົດທີ່ອະນຸຍາດໃຫ້ໝາກມ່ວງສົດ ຂອງຫວຽດນາມ ໄດ້ນຳເຂົ້າຕະຫຼາດອາເມລິກາ. ດ້ວຍການກະທຳນີ້, ອາດສາມາດຢືນຢັນຢ່າງແນວແນ່ວ່າ ຜະລິດຕະພັນໝາກມ່ວງສົດຈະແມ່ນໝາກໄມ້ສະນິດທີ 6 ຂອງຫວຽດນາມ ໄດ້ນຳເຂົ້າຕະຫຼາດອາເມລິກາ ນັບແຕ່ທ້າຍປີນີ້. ທ່ານທີ່ປຶກສາດ້ານການຄ້າຫວຽດນາມ ປະຈຳອາເມລິກາ ດ່າວເຈີນເຍີນ ໃຫ້ຮູ້ວ່າ, ເພື່ອສາມາດແຊກຊຶມເຂົ້າຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ແຕ່ມີຄວາມເຄັ່ງຄັດນີ້, ຜະລິດຕະພັນໝາກມ່ວງ ສົດທີ່ນຳເຂົ້າຈາກຫວຽດນາມ ຕ້ອງຜ່ານບັນດາມາດຕະຖານເຄັ່ງຄັດຂອງລະບົບກວດກາຂອງອາເມລິກາ.
ກ່ອນໜ້ານັ້ນ, ວັນທີ 19/07 ຜ່ານມາ, USDA ກໍ່ໄດ້ປະກາດຈົດໝາຍທາງການສະຫະລັດກ່ຽວກັບເລື່ອງຈະອະນຸຍາດນຳເຂົ້າໝາກນ້ຳນົມຂອງຫວຽດນາມ ເຂົ້າຕະຫຼາດອາເມລິກາ. ຄາດວ່າຈະເລີ່ມປະຕິບັດແຕ່ໄຕມາດທີ 4 ປີ 2016.