ອາເມລິກາຄົ້ນພົບຜູ້ ທີ 2 ຕິດໄວຣັດ Ebola
ຕຳຫຼວດຍາມຢູ່ນອກເຮືອນສ່ວນຕົວຄົນເຈັບ
(ພາບ: AP )
(vovworld)- ວັນທີ 12/10, ວົງການເຈົ້າໜ້າທີ່ຂະແໜງສາທາລະນະສຸກອາເມລິກາ ໄດ້ຮັບຮູ້ວ່າ: ປະເທດນີ້ຫາກໍ່ຄົ້ນພົບຕື່ມອີກຜູ້ 1 ຕິດໄວຣັດ Ebola. ຄົນເຈັບແມ່ນພາລະກອນການແພດເຮັດວຽກຢູ່ໂຮງໝໍແຫ່ງ 1 ຢູ່ນະຄອນ Dallas ລັດ Texas. ພາລະກອນການແພດຜູ້ນີ້ເຄີຍປິ່ນປົວພະຍາດໃຫ້ແກ່ທ່ານ Thomas Duncan ຊາວ Liberia ຖືກຕິດໄວຣັດ Ebola ແລະ ໄດ້ເສຍຊີວິດເມື່ອວັນທີ 8/10 ຜ່ານມາ. ວົງການເຈົ້າໜ້າທີ່ຂະແໜງສາທາລະນະສຸກອາເມລິກາ ຢືນຢັນວ່າ, ປະເທດນີ້ມີລະບົບສົ່ງເສີມສຸຂະພາບ ແລະ ມີລະດັບຄວາມຮູ້ວິທະຍາສາດພຽງພໍເພື່ອສະກັດກັ້ນການແຜ່ລາມອອກຂອງໄວຮັດ Ebola ຊື່ງໄດ້ເຮັດໃຫ້ 4033 ຄົນເສຍຊີວິດ ໃນຈຳນວນຜູ້ຕິດໄວຣັດທັງໝົດ 8300 ຄົນໃນ 3 ເດືອນຜ່ານມາ, ສ່ວນຫຼາຍແມ່ນຢູ່ 3 ປະເທດອາຟຼິກກາຕາເວັນຕົກຄື: Liberia, Guineaແລະ Sierra Leone./.