ອາ​ເມ​ລິ​ກາ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຕໍ່​ອີ​ຣານຢ່າງ​ເປັນ​ທາງ​ການ

(VOVWORLD) -ວັນທີ 24 ມິຖຸນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ລົງນາມໃນລັດຖະບັນຍັດສະບັບໜຶ່ງທີ່ຈັດວາງບັນດາມາດຕະການລົງໂທດໃໝ່ຕໍ່ອີຣານ, ພ້ອມທັງຢັ້ງຢືນວ່າ ບັນດາມາດຕະການລົງໂທດນີ້ອາດຈະສິ້ນສຸດໃນວັນທີ 25 ມິຖຸນາ, ຫຼື ແກ່ຍາວເປັນເວລາຫຼາຍປີ, ອີງຕາມການຕອບຄືນຂອງ ອີຣານ.
ອາ​ເມ​ລິ​ກາ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຕໍ່​ອີ​ຣານຢ່າງ​ເປັນ​ທາງ​ການ - ảnh 1ທ່ານ Donald Trump ປະທານາທິບໍດີ ອາເມລິກາປະກາດ ຈັດວາງບັນດາມາດຕະການລົງໂທດໃໝ່ຕໍ່ອີຣານ (ພາບ: Reuters)

ບັນດາມາດຕະການລົງໂທດຂອງ ອາເມລິກາ ເພື່ອ ເລັ່ງໃສ່, ທ່ານສາດສະດາ Ali Khamenei ການນຳສູງສຸດ ອີຣານແລະ ຫ້ອງການຂອງທ່ານນີ້, ເພື່ອ ຕອບຄືນເລື່ອງ ເຕເຮຣານ ຍິງເຮືອຍິນສອດແນມບໍ່ມີຄົນຂັບຂອງ ອາເມລິກາຕົກ ໃນອາທິດກ່ອນ.

        ທ່ານ Donald Trump ໃຫ້ຮູ້ວ່າ ທ່ານຍັງຊັ່ງຊາຄວາມອາດສາມາດເປັນໄປໄດ້ໃນການເຈລະຈາກັບບັນດາການນຳ ອີຣານ, ແຕ່ ເຕດເຮຣານ ໄດ້ປະຕິເສດຄຳສະເໜີຄືແນວນັ້ນ, ເວັ້ນເສຍແຕ່ ອາເມລິກາຍົກເລີກການລົງໂທດ. ເຈົ້າຂອງທຳນຽບຂາວໃຫ້ຮູ້ວ່າ ອາເມລິກາບໍ່ຢາກ ໃຫ້ເກີດປະທະກັນ, ແລະກໍ່ບໍ່ອະນຸຍາດໃຫ້ອີຣານມີອາວຸດນິວເຄຼຍ. ທ່ານ Trump ໃຫ້ຮູ້ວ່າ ອາເມລິກາມີຄວາມປາດຖະໜາຢາກມີຂໍ້ຕົກລົງສະບັບໜຶ່ງກັບອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ