ອາເມລິກາຈະເປັນຕະຫລາດອັນດັບໜຶ່ງຂອງຫວຽດນາມໃນໄລຍະຈະມາເຖິງ
(ພາບປະກອບ)
(vovworld) - ຕາມກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລ້ວ, ມາຮອດປະຈຸບັນ, ອາເມລິກາ ສືບຕໍ່ແມ່ນຕະຫລາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ ດ້ວຍອັດຕາສ່ວນ 19,7%. ໃນຈຳນວນ 20 ກ່ວາປະເພດສິນຄ້າສົ່ງອອກໄປຍັງ ອາເມລິກາ ໃນນັ້ນມີ 7 ປະເພດມີມູນຄ່າສົ່ງອອກ 1 ຕື້ USD/ປີ, ສູງສຸດແມ່ນ: ເຄື່ອງຕຳ່ແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງເຟີນີເຈີ, ສິນໃນນ້ຳ… ເມື່ອສັນຍາຄູ່ຮ່ວມມືຂ້າມປາຊີຟີກໄດ້ຮັບການລົງນາມ, ວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປຍັງຕະຫລາດ ອາເມລິກາ ນັບມື້ນັບສູງຂຶ້ນ. ດ້ວຍປະລິມານສິນຄ້າໃນທ້ອງຕະຫລາດຕົກເປັນມູນຄ່າປະມານ 1.800 ຕື້ USD, ອາເມລິກາ ພວມໄດ້ຮັບຖືວ່າເປັນຕະຫລາດຈຸດສຸມອັນດັບ 1 ຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ໜຶ່ງໃນບັນດາປະເພດສິນຄ້າໄດ້ຮັບການບຸລິມະສິດຈາກສັນຍາດັ່ງກ່າວແມ່ນ ເຄື່ອງຕຳ່ແຜ່ນຕັດຫຍິບ, ວົງເງິນສົ່ງອອກເຄື່ອງຕຳແຜ່ນຕັດຫຍິບຂອງ ຫວຽດນາມ ໄປຍັງຕະຫລາດ ອາເມລິກາ ອາດຈະບັນລຸເຖິງ 22 ຕື້ USD ໃນປີ 2020 ແລະ ອາດສາມາດເພີ່ມຂຶ້ນເກືອບ 46% ໃນປີ 2025.
ຫວຽດນາມ ຢືນອັນດັບທີ 10 ໃນ ຈຳນວນ 234 ປະເທດ ແລະ ເຂດແຄ້ວນມີການພົວພັນດ້ານການຄ້າກັບ ອາເມລິກາ. ສິນຄ້າຂອງ ຫວຽດນາມ ກວມເອົາ 22% ຍອກວົງເງິນສົ່ງອອກຂອງພາກພື້ນ ອາຊຽນ ໄປຍັງຕະຫລາດ ອາເມລິກາ.