ທ່ານ John Kerry ຢູ່ກ່າເມົາ
(ພາບ: danviet.vn)
(vovworld)- ການຮ່ວມມືດ້ານເສດຖະກິດ, ໃນນັ້ນມີສັນຍາຄູ່ຮ່ວມມືຍຸດທະສາດເຂດປາຊິຝິກ TPP ແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມໃນການໄປປະຕິບັດງານຫວຽດນາມ ແຕ່ວັນທີ 14-17/12 ຂອງທ່ານ John Kerry ລັດຖະມົນຕີການຕ່າງປະເທດອາເມລິກາ.
ວັນທີ 16/12, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ໄດ້ມີການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິງ, ແລະ ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະ ມົນຕີ ຫງວຽນເຕິນຢຸງ ແລະ ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ.
ກ່ອນໜ້ານັ້ນ, ໃນວັນທີ 15/12, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ໄດ້ໄປຢ້ຽມຢາມເມືອງຫງອກຫຽນ-ແຂວງກ່າເມົາ. ນະທີ່ນີ້, ກ່າວຄຳເຫັນກ່ຽວກັບບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ໃຫ້ຮູ້ວ່າ: ອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ໃນເບື້ອງຕົ້ນຈະໜູນຊ່ວຍໃຫ້ແກ່ໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ ດ້ວຍຈຳນວນເງິນ 17 ລ້ານໂດລາສະຫະລັດ./.