ພາບປະກອບ
(vovworld) – ກ່ຽວຂ້ອງເຖິງເລື່ອງ, ວັນທີ 25/5 ຜ່ານມາ, ສະພາສູງ ອາເມລິກາ ໄດ້ປ່ອນບັດຮັບຮອງເອົາມະຕິຍົກເລີກໂຄງການຕິດຕາມກວດກາປາໜັງຂອງກະຊວງກະສິກຳ ອາເມລິກາ (USDA), ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໃຫ້ຂໍ້ສັງເກດວ່າ: ນີ້ແມ່ນບາດກ້າວສຳຄັນທຳອິດມຸ່ງໄປເຖິງການແກ້ໄຂບັນຫານີ້ຢ່າງເຖິງຖອງ ແລະ ມີປະສິດທິຜົນ. ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ກໍ່ຊົມເຊີຍຄຳຕັດສິນຢ່າງຖືກຕ້ອງຂອງສະພາສູງ ອາເມລິກາ ແລະ ຢັ້ງຢືນວ່າ: ໂຄງການຕິດຕາມກວດກາປາໜັງຂອງກະຊວງກະສິກຳ ອາເມລິກາ ແມ່ນໂຄງການບໍ່ມີຜົນປະໂຫຍດໃຫ້ຜູ້ໃຊ້ສອຍ ອາເມລິກາ, ກໍ່ຜົນສະທ້ອນທີ່ຫຍໍ້ທໍ້ເຖິງການພົວພັນດ້ານເສດຖະກິດ - ການຄ້າ ທີ່ພວມພັດທະນາຢ່າງຈົບງາມລະຫວ່າງ ຫວຽດນາມ -
ແລະ ບໍ່ເໝາະສົມກັບບັນດາຄຳໝັ້ນສັນຍາຂອງ ອາເມລິກາ ກັບອົງການການຄ້າໂລກ (WTO).