ອາເມລິກາຍົກເວັ້ນປະຕິບັດຄຳສັ່ງລົງໂທດພຽງຢາງທີ່ກ່ຽວຂ້ອງເຖິງໂຄງການສຳຫຼວດເສັ້ນທາງລົດໄຟລວມລະຫວ່າງສ.ເກົາຫຼີ-ສປປ.ເກົາຫຼີ

(VOVWORLD) -ວັນທີ 25 ພະຈິກ, ສຳນັກຂ່າວສານ Yonhap ໄດ້ຄັດສະເໜີແຫຼ່ງຂ່າວຈາກເຈົ້າໜ້າທີ່ລັດຖະບານສ.ເກົາຫຼີ ຫຼາຍທ່ານ ໃນວັນດຽວກັນໂດຍໃຫ້ຮູ້ວ່າ:

ໂຄງການສຳຫຼວດເສັ້ນທາງລົດໄຟລວມລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ເພື່ອແນໃສ່ຫັນເສັ້ນທາງລົດໄຟຂອງສປປ.ເກົາຫຼີ ເປັນທັນສະໄໝນັ້ນ ບໍ່ພຽງແຕ່ໄດ້ຮັບການຍົກເວັ້ນປະຕິບັດຄຳສັ່ງລົງໂທດ ຈາກສະຫະປະຊາຊາດ ເທົ່ານັ້ນ, ຫາກຍັງໄດ້ຮັບການຍົກເວັ້ນປະຕິບັດບັນດາມາດຕະການລົງໂທດພຽງລຳພັງຝ່າຍດຽວຈາກອາເມລິກາ ອີກດ້ວຍ.

        ຕາມນັ້ນແລ້ວ, ສ.ເກົາຫຼີ ໄດ້ຮັບອະນຸຍາດຂົນສົ່ງນ້ຳມັນ ແລະ ວັດຖຸອຸປະກອນຈຳນວນໜຶ່ງໄປສປປ.ເກົາຫຼີ ເພື່ອຮັບໃຊ້ການຜັນຂະຫຍາຍໂຄງການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ