ອາເມລິກາ,ຍີ່ປຸ່ນ,ສເກົາຫລີເລັ່ງລັດສປປເກົາຫລີປອດອາວຸດນິວເຄຼຍ
ລູກສອນໄຟຂອງ ສປປ ເກົາຫລີ
ພາບ:internet
|
(vovworld)- ວັນທີ 19/6, ອາເມລິກາ, ຍີ່ປຸ່ນ ແລະ ສເກົາຫລີ ໄດ້ຮຽກຮ້ອງ ສປປ ເກົາຫລີ ປະຕິບັດບັນດາບາດກ້າວເດີນມີຄວາມໝາຍ ແນໃສ່ປອດອາວຸດນິວເຄຼຍເພື່ອແລກເອົາການພົວພັນອັນດີງາມກວ່າກັບ 3 ປະເທດດັ່ງກ່າວ. ໃນຖະແຫລງການໂດຍກະຊວງການຕ່າງປະເທດ ອາເມລິກາ ປະກາດພາຍຫລັງການປຶກສາຫາລືຢູ່ ວໍຊິງຕັນ ລະຫວ່າງ ທ່ານ Glyn Davies ທູດພິເສດ ອາເມລິກາກ່ຽວກັບນະໂຍບາຍເກົາຫລີ ກັບບັນດາຄູ່ຕຳແຫນ່ງຍີ່ປຸ່ນ Shinsuke Sugiyama ແລະ ສເກົາຫລີ ທ່ານTae young, ສາມປະເທດໄດ້ເຫັນດີຈະປັບປຸງການພົວພັນກັບພຽງຢາງ ຖ້າຫາກປະເທດນີ້ປະຕິບັດບັນດາບາດກ້າວເດີນທີ່ມີຄວາມໝາຍມຸ່ງໄປເຖິງປອດອາວຸດນິວເຄຼຍ. ສາມປະເທດກໍຢືນຢັນຄືນຄຳໝັ້ນສັນຍາດ້ວຍຖະແຫລງການຮ່ວມຂອງການເຈລະຈາ 6 ຝ່າຍກ່ຽວກັບບັນຫານິວເຄຼຍຢູ່ໃນແຫລມເກົາຫລີເມື່ອວັນທີ 19/9/2005. ສາມປະເທດຈະສືບຕໍ່ພົວພັນຕິດຕໍ່ຢ່າງແຫນ້ນແຟ້ນກັບຈີນ, ລັດເຊຍ ແລະ ບັນດາຄູ່ຮ່ວມມືອື່ນກ່ຽວກັບບັນຫາ ສປປ ເກົາຫລີ.