ອາເມລິກາຍອມຮັບການຢຸດສະງັກໃນການເຊື່ອມຕໍ່ການເຈລະຈານິວເຄຼຍກັບສປປ.ເກົາຫຼີ

(VOVWORLD) -ການເຊື່ອມຕໍ່ບັນດາການເຈລະຈານິວເຄຼຍກັບສປປ.ເກົາຫຼີ ບໍ່ດຳເນີນໄປໄວຄືດັ່ງຄວາມຫວັງ

ອາເມລິກາຍອມຮັບການຢຸດສະງັກໃນການເຊື່ອມຕໍ່ການເຈລະຈານິວເຄຼຍກັບສປປ.ເກົາຫຼີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo

(ພາບ: Reuters)

ວັນທີ 20 ສິງຫາ, ໃນການຕອບສຳພາດຕໍ່ນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ຍອມຮັບວ່າ, ການເຊື່ອມຕໍ່ບັນດາການເຈລະຈານິວເຄຼຍກັບສປປ.ເກົາຫຼີ ບໍ່ດຳເນີນໄປໄວຄືດັ່ງຄວາມຫວັງ ແລະ ວໍຊິງຕັນ ໃຫ້ຮູ້ວ່າ, ຈະມີບັນດາສິ່ງກີດຂວາງເກີດຂຶ້ນໃນວິວັດທະນາການເຈລະຈາ. ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ກໍ່ຢືນຢັນວ່າ, ບັນດາເຫດຍິງລູກສອກໄພໄລຍະສັ້ນຫວ່າງມໍ່ໆມານີ້ຂອງສປປ.ເກົາຫຼີ ຍັງແມ່ນຄວາມວິຕົກກັງວົນຕໍ່ວໍຊິງຕັນ.

        ຄຳຖະແຫຼງຂອງທ່ານ Mike Pompeo ຖືກຍົກອອກມາໃນສະພາບ ການເຈລະຈານິວເຄຼຍລະຫວ່າງອາເມລິກາ - ສປປ.ເກົາຫຼີ ຖືກຕັດຕອນນັບແຕ່ພາຍຫຼັງກອງປະຊຸມສຸດຍອດຄັ້ງທີ 2 ເມື່ອເດືອນ ກຸມພາ ສິ້ນສຸດລົງ ຫາກບໍ່ບັນລຸໄດ້ຂໍ້ຕົກລົງ. ເລື່ອງຫວ່າງມໍ່ໆມານີ້ ສປປ.ເກົາຫຼີ ດຳເນີນບັນດາເຫດທົດລອງອາວຸດ ໄດ້ສ້າງຄວາມວິຕົກກັງວົນວ່າ ບັນດາການເຈລະຈາດ້ານນິວເຄຼຍລະຫວ່າງອາເມລິກາ - ສປປ.ເກົາຫຼີ ຍາກທີ່ຈະເຊື່ອມຕໍ່ຄືນໃໝ່ໂດຍໄວຄືດັ່ງຄຳໝັ້ນສັນຍາຂອງການນຳ 2 ປະເທດ ໃນການພົບປະໂດຍບັງເອີນໃນວັນທີ 30 ມິຖຸນາ ຢູ່ເຂດຊາຍແດນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ