ອາເມລິກາດັດປັບອັດຕາພາສີນຳເຂົ້າສຳລັບປາຈາຂອງຫວຽດນາມ

ອາເມລິກາດັດປັບອັດຕາພາສີນຳເຂົ້າສຳລັບປາຈາຂອງຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ (DOC) ຫາ​ກໍ່​ປະກາດ​ຂໍ້​ຕົກລົງ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ເລື່ອງ ດັດ​ປັບ​ອັດຕາ​ພາສີ​ນຳ​ເຂົ້າ​​ປາຈາ​​ແຊ​່ເຢັນຂອງ​ຫວຽດນາມ . ຕາມ​ຂໍ້​ຕົກລົງ​ດັ່ງກ່າວ​, ເຖິງ​ວ່າ​ອັດຕາ​ພາສີ​ຖືກ​ຫຼຸດ​ລົງ​ແລ້ວ​ກໍ່ຕາມ ​ແຕ່​ຍັງ​ບໍ່​ທັນ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຫວຽດນາມ. ອົງການ​ການ​ຄ້າ​ຫວຽດນາມ ​ປະຈຳ​ອາ​ເມ​ລິ​ກາ​ ໃຫ້​ຮູ້​ວ່າ, ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ຈະ​ນຳ​ໃຊ້​ລະດັບ​ພາສີ​ແຕ່ 0 ​ເຖິງ 2,39 USD/ກິ​ໂລກຼາມ ສຳລັບ​ປາຈາຟີ​ເລ​​ນຳ​ເຂົ້າຈາກ​ຫວຽດນາມ​ໃນ​ການ​ກວດກາ​ບໍລິຫານ​ຄັ້ງ​ທີ 10 (POR10), ​ແຕ່​ເດືອນ 8/2012 ​ເຖິງ​ເດືອນ 7/2013. ຕາມ​ອົງການ​ການ​ຄ້າ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ​ ແລ້ວ, ລະດັບ​ພາສີ​ສຳລັບ​ວິ​ສາ​ຫະກິດ​ສົ່ງ​ອອກ​ປາຈາ, ປາ​ບາ​ຊາ​ຂອງ​ຫວຽດນາມ​ ເວົ້າ​ລວມຍັງ​ບໍ່​ທັນ​ເໝາະ​ສົມ ​ເມື່ອ​ອາ​ເມ​ລິ​ກາ​ສືບ​ຕໍ່​ຖື​ອິນ​ໂດ​ເນ​ເຊຍ​ເປັນ​ພື້ນຖານເພື່ອຄິດ​ໄລ່​ອັດຕາ​ບຸບ​ລາຄາ. ​ໃນ​ການ​ກວດກາ​ຄັ້ງ​ນີ້, ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ຕົກລົງ​ເພີ່ມ​ອັດຕາ​ພາສີ​ໃນ​ທົ່ວ​ປະ​ເທດ​​ແຕ່ 2,11 USD/ກິ​ໂລກຼາມ ຂຶ້ນເປັນ 2,39 USD/ກິ​ໂລກຼາມ.

        ຂໍ້​ຕົກລົງ​ດັ່ງກ່າວ​ຍັງ​ບໍ່​ທັນ​ມີ​ຜົນ​ສັກສິດຈົນ​ຮອດ​ເວລາມີ​ຂໍ້​ຕົກລົງ​ສຸດ​ທ້າຍ​ໄດ້​ຮັບ​ການ​ປະກາດ​ໃຊ້. ​ເປັນ​ອັນວ່າ​ຝ່າຍ​ຕ່າງໆ​ຍັງ​ມີ​ເວ​ລາ 120 ວັນ ​ເພື່ອ​ພິຈາລະນາ, ຍົກ​ອອກ​ຕົວ​ເລກ ​ແລະ ຂໍ້​ອ້າງ​ອີງ ​ເພື່ອ​ແນ​ໃສ່​ຮຽກຮ້ອງ ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ຍົກ​ອອກ​ອັດ​ຕາ​ພາສີ​ທີ່​ຮັບປະກັນ​ຄວາມສະ​ເໝີ​ພາບ ​ແລະ ​ເໝາະ​ສົມ​ສຳລັບ​ຜະລິດ​ຕະພັນ​ປາ​ເຈ​ຟີ​ເລ​ແຊ່​ເຢັນ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ