ອາເມລິກາບຸກໂຈມຕີທາງອາກາດພວກກະບົດຕາລີບານ
(ພາບປະກອບ: AP)
(vovworld) - ວັນທີ 24/06, ທຳນຽບ 5 ແຈ ໃຫ້ຮູ້ວ່າ, ກອງທັບອາເມລິກາ ໄດ້ເປີດບັນດາການບຸກໂຈມຕີທາງອາກາດຄັ້ງທຳອິດ ໃສ່ກຸ່ມພວກກະບົດຕາລີບານ ຢູ່ອາບການິດສຖານ ນັບແຕ່ເມື່ອຂໍ້ຕົກລົງຕົ້ນເດືອນຂອງທ່ານປະທານາທິບໍດີອາເມລິກາ Barack Obama ເປີດກວ້າງການແຊກແຊງຂອງອາເມລິກາ ໃນການຕໍ່ສູ້ຕ້ານພວກກະບົດດັ່ງກ່າວ. ດ້ວຍຂໍ້ຕົກລົງໃໝ່ຂອງທ່ານ Barack Obama, ກອງທັບອາເມລິກາ ໄດ້ຮັບໜ້າທີ່ໃຫຍ່ກວ່າ ເພື່ອປ້ອງກັນ ແລະ ໜູນຊ່ວຍບັນດາກຳລັງອາບການິດສຖານ ກວາດລ້າງພວກກະບົດຕາລີບານ, ລວມທັງເພີ່ມທະວີບັນດາການບຸກໂຈມຕີທາງອາກາດ ເລັ່ງໃສ່ຕາລີບານ ໃນສະພາບທີ່ການໃຊ້ຄວາມຮຸນແຮງພວມປີນຂັ້ນໄດຢູ່ປະເທດນີ້. ແຕ່ການບຸກໂຈມຕີນີ້ພຽງໄດ້ນຳໃຊ້ໃນບັນດາກໍລະນີທີ່ຈຳເປັນເທົ່ານັ້ນ.