(vovworld) – ວັນທີ 1/7, ທຳນຽບ 5 ແຈໄດ້ປະກາດຍຸດທະສາດການທະຫານແຫ່ງຊາດປີ 2015, ກຳນົດທິດບັນດາມາດຕະການ ແລະ ວິທີ ເຊິ່ງກອງທັບປະເທດນີ້ຈະນຳໃຊ້ ເພື່ອຮັກສາ ແລະ ຊຸກຍູ້ບັນດາຜົນປະໂຫຍດແຫ່ງຊາດ ແລະ ຄວາມສະຫງົບປອດໄພຂອງ ອາເມລິກາ. ຍຸດທະສາດການທະຫານແຫ່ງຊາດປີ 2015 ໂດຍປະທານສະພາເສນາທິການໃຫຍ່ທະຫານປະສົມອາເມລິກາ ທ່ານນາຍພົນ Martin Dempsey ປະກາດ. ໃນຍຸດທະສາດດັ່ງກ່າວ, ອາເມລິກາ ວິຕົກກັງວົນຕໍ່ເລື່ອງຈີນ ກໍ່ສ້າງເກາະທຽມຢູ່ທະເລຕາເວັນອອກ ແລະ ຖືວ່າ: ການເຄື່ອນໄຫວນີ້ພວມເຮັດໃຫ້ສະພາບການຢູ່ພາກພື້ນອາຊີ - ປາຊີຟິກເຄັ່ງຕຶງຂຶ້ນຕື່ມ. ຍຸດທະສາດໃໝ່ກໍເໜັ້ນໜັກວ່າ: ກອງທັບອາເມລິກາ ຄວນກຽມພ້ອມຮັບມືກັບບັນດາອົງການກໍ່ການຮ້າຍຫົວຮຸນແຮງ, ພິເສດແມ່ນກຸ່ມປະກອບອາວຸດ “ລັດອິດສະລາມ” (IS) ອ້າງຊື່ເອງຢູ່ ອີຣັກ ແລະ ຊີຣີ.