ປະທານາທິບໍດີອາເມລິກາ Barack Obama
ຈະສືບຕໍ່ນຳໃຊ້ຍົນບໍ່ມີຄົນຂັບເພື່ອຊອບຫາພວກກໍ່ການຮ້າຍ (ພາບ: AP)
(vovworld) – ຕອນເຊົ້າວັນທີ 24/5, ປະທານາທິບໍດີອາເມລິກາ Barack Obama. ໄດ້ປະກາດຍຸດທະສາດຕ້ານກໍ່ການຮ້າຍຢ່າງຮອບດ້ານຂອງລັດຖະບານອາເມລິກາ, ເຊິ່ງຈຸດສຸມແມ່ນການນຳໃຊ້ຍົນບໍ່ມີຄົນຂັບ ແລະ ໃຫ້ຄຳໝັ້ນສັນຍາອັດປະຕູຄຸກ Guantanamo. ປະທານາທິບໍດີ Barack Obama ເນັ້ນໜັກວ່າ, ເຖິງວ່າອົງການກໍ່ການຮ້າຍສາກົນ Al Qaeda ນັບມື້ນັບອ່ອນເພຍລົງ ແລະ ພວມຢູ່ໃນທ່າແຕກທະລາຍ, ແຕ່ປະເທດອາເມລິກາຍັງສືບຕໍ່ຖືກຂົ່ມຂູ່, ພິເສດແມ່ນເຫດວາງລະເບີດຫວ່າງແລ້ວນີ້ຢູ່ Boston. ປະທານາທິບໍດີ Barack Obama ຊີ້ແຈ້ງວ່າ, ອາເມລິກາຈະດັບສູນ Al Qaeda ແລະ ບັນດາກຳລັງທີ່ກ່ຽວຂ້ອງເຖິງອົງການນີ້. ແລະ ອາເມລິກາຈະສືບຕໍ່ນຳໃຊ້ຍົນບໍ່ມີຄົນຂັບ ເພື່ອຊອບຫາພວກກໍ່ການຮ້າຍ. ປະທານາທິບໍດີ Barack Obama ໃຫ້ຮູ້ວ່າ ຄຸກຢູ່ Guantanamo ຕ້ອງອັດປະຕູ ຍ້ອນບໍ່ຖືກຕ້ອງກັບກົດໝາຍ ແລະ ຄ່າໃຊ້ຈ່າຍສູງ.