ອາເມລິກາມານະພະຍາຍາມສ້າງການພົວພັນເປັນປົກກະຕິກັບກູບາ

ອາເມລິກາມານະພະຍາຍາມສ້າງການພົວພັນເປັນປົກກະຕິກັບກູບາ - ảnh 1
(ພາບປະກອບ)

(vovworld) – ​ ວັນ​ທີ 28/11 ທຳນຽບຂາວ​ຢືນຢັນ​ວ່າ ​ເລື່ອງຜູ້ນຳ​ປະຕິວັດ ກູ​ບາ Fidel Castro Ruz ​ເຖິງ​ແກ່​ມໍລະນະ​ກຳ ບໍ່​ອາດ​ເຮັດ​ໃຫ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ອາ​ເມ​ລິ​ກາ ​ໃນ​ການ​ສ້າງ​ສາຍ​ພົວພັນເປັນ​ປົກກະຕິ​​ກັບ​ ກູ​ບາ ​​ຊັກ​ຊ້າ​ໄວ້. ​ໂຄສົກ​ທຳນຽບຂາວ​ທ່ານ Josh Earnest ຊີ້​ແຈ້ງວ່າ: ວິວັດທະນາ​ການ “ສ້າງ”​ ​ການ​ພົວພັນ​ທາງ​ການ​ທູດ 2 ຝ່າຍ ​ໄດ້ປະກົດ​ຜົນ​​ເປັນຈິງດ້ວຍ​ບັນດາ​ການ​ພົວພັນ​ດ້ານເສດຖະກິດ​ໃໝ່ ກໍ່​ຄື​ບັນດາ​ຂໍ້​ຕົກລົງ​ດ​​້ານການ​ຄ້າ​ຍາກທີ່​ຈະທຳລາຍ​ໄດ້ຄື​ເລື່ອງ ​ເຊື່ອ​ມຕໍ່​ບັນດາສາຍ​ການບິນດ້ານການ​ຄ້າ​ຄືນ​ໃໝ່ ກໍ​ຄື​ເພີ່ມ​​ການ​ລົງທຶນ​ຂອງ ອາ​ເມ​ລິ​ກາ ຕື່ມ​ອີກ. ທ່ານ Earnest ​ເນັ້ນ​ໜັກ​ວ່າ ​​ບໍ່​ວ່າ​ການ​ກະທຳ​ໃດໆ ​ທີ່ແນ​ໃສ່ຕ່າວ​ປີ້ນ​ວິວັດທະນາ​ການ​ສ້າງ​ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ກູ​ບາ ​ເປັນ​ປົກກະຕິ​ ​ໃນ 2 ປີ​ຜ່ານ​ມາ​ “ ລ້ວນ​ແຕ່ກໍ່​ຜົນ​ກະທົບຢ່າງ​ໃຫຍ່​ຫລວງ ທາງ​ດ້ານ​ເສດຖະກິດ​” ​ເຖິງ​ປະຊາ​ຊົນ ກູ​ບາ.

 

ຂ່າວ/ບົດ​ອື່ນ