(vovworld) - ວັນທີ 16/12, ທຳນຽບຂາວອອກຖະແຫຼງວ່າ, ລັດຖະບານອາເມລິກາ ບໍ່ມີການປ່ຽນແປງໃດໆ ໃນທັດສະນະແຕ່ດົນນານມາແລ້ວຂອງຕົນສຳລັບນະໂຍບາຍ “ປະເທດຈີນໜຶ່ງດຽວ”. ຖະແຫຼງດັ່ງກ່າວ ໄດ້ຍົກອອກມາພາຍຫຼັງທີ່ອຳນາດການປົກຄອງປະທານາທິບໍດີ Barack Obama ຍື່ນສະເໜີຕໍ່ສະພາແຫ່ງຊາດອາເມລິກາ ບ້ວງອາວຸດທີ່ຂາຍໃຫ້ ໄຕຫວັນ (ຈີນ) ລວມມູນຄ່າ 1,83 ຕື້ USD ຢ່າງເປັນທາງການ. ໂຄສົກສະພາປ້ອງກັນຄວາມສະຫງົບແຫ່ງຊາດຂອງທຳນຽບຂາວ Myles Caggins ເນັ້ນໜັກວ່າ, ການຂາຍອາວຸດ, ນີ້ແມ່ນເໝາະສົມກັບກົດໝາຍວ່າດ້ວຍການພົວພັນກັບໄຕຫວັນ, ເຊິ່ງຕາມນັ້ນແລ້ວ, ອາເມລິກາ ໃຫ້ຄຳໝັ້ນສັນຍາຊ່ວຍເກາະແຫ່ງນີ້ຮັກສາກຳລັງປ້ອງຄວາມສາມາດກັນທີ່ໜ້າໄວ້ເນື້ອເຊື່ອໃຈ.
ກ່ອນໜ້ານັ້ນ, ໂຄສົກກະຊວງການຕ່າງປະເທດຈີນ ຮຸງໄລ ໄດ້ອອກສຽງຄັດຄ້ານການຄ້າຂາຍດັ່ງກ່າວ, ກ່າວຫາເລື່ອງດັ່ງກ່າວແມ່ນການກະທຳ “ແຊກແຊງເຂົ້າວຽກງານພາຍໃນຂອງຈີນ”.