(vovworld) – ໃນການກະທຳທີ່ສະແດງໃຫ້ເຫັນເຈດຕະນາດີຂອງອາເມລິກາ ໃນການຍູ້ແຮງວິວັດການປັບປຸງສາຍພົວພັນກັບກຸຍບາ, ວັນທີ 15/03, ອຳນາດການປົກຄອງຂອງປະທານາທິບໍດີອາເມລິກາ Barack Obama ໄດ້ສືບຕໍ່ໂຍະຍານບາງຂໍ້ຈຳກັດເລັ່ງໃສ່ ລາຮາວານ. ການກະທຳດັ່ງກ່າວຖືກດຳເນີນພາຍຫຼັງທີ່ທ່ານ Obama ມີການຢ້ຽມຢາມຄັ້ງປະຫວັດສາດເຖິງກຸຍບາ ພຽງ 1 ອາທິດ. ຂໍ້ຕົກລົງດັ່ງກ່າວຈະລົບລ້າງບາງຂໍ້ຈຳກັດກ່ຽວກັບການໄປມາທີ່ຈັດວາງກັບປະຊາຊົນກຸຍບາ, ອະນຸຍາດໃຫ້ ລາຮາວານ ສຳພັດກັບອົງການການເງິນຂອງອາເມລິກາ ຢ່າງງ່າຍດ່າຍກວ່າ ແລະ ລົບລ້າງບັນດາຂໍ້ຈຳກັດສຳລັບເລື່ອງນຳໃຊ້ສະກຸນເງິນ USD ໃນບັນດາການຢູ່ກຸຍບາ. ລັດຖະບານອາເມລິກາ ໃຫ້ຮູ້ວ່າ, ນອກຈາກບັນດາມາດຕະການໂຍະຍານດ້ານການຄ້າ ແລະ ການໄປມາແລ້ວ ກໍອະນຸຍາດໃຫ້ປະຊາຊົນກຸຍບາເປີດບັນຊີເງິນຝາກຊື່ຢູ່ທະນາຄານອາເມລິກາ ແລະ ບັນດາຊາວກຸຍບາ ທີ່ດຳລົງຊີວິດຢູ່ອາເມລິກາ ມີສິດໄດ້ຮັບເງິນເດືອນ ກໍຄືເງິນຊົດເຊີຍ. ຄຳຖະແຫຼງຂອງກະຊວງການເງິນ ແລະ ກະຊວງການຄ້າອາເມລິກາ ຍັງໃຫ້ຮູ້ຕື່ມອີກວ່າ, ບັນດາການປັບປຸງນະໂຍບາຍໃໝ່ນີ້ໄດ້ອະນຸຍາດໃຫ້ສ່ວນບຸກຄົນອາເມລິກາ ໄປມາຢ້ຽມຢາມກຸຍບາ ຖ້າຫາກເປົ້າໝາຍຂອງການໄປຢ້ຽມຢາມນັ້ນແມ່ນເພື່ອການສຶກສາ.