ອາເມລິກາອາດຈະເຈລະຈາ ກັບ ສປປ ເກົາຫຼີ

ອາເມລິກາອາດຈະເຈລະຈາ ກັບ ສປປ ເກົາຫຼີ - ảnh 1
ທ່ານ John Kerry ​ແລະ ທ່ານ Fumio Kishida

(ພາບ: xaluan.com)

(vovworld)- ​ວັນ​ທີ 14/4, ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ພວມ​ຢູ່​ຢ້ຽມຢາມ​ຍີ່ປຸ່ນ ​ໄດ້​ຊຸກຍູ້ ສປປ​ເກົາຫຼີ​  ຈົ່ງ​ຢຸດຕິ​ບັນດາ​ການ​ກະທຳ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະພາບ​ການ​ໃນ​ແຫຼມ​ເກົາຫຼີ ​ເຄັ່ງ​ຕຶ້ງ​ຂຶ້ນ​ຕື່ມ ​ແລະ ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ອາດ​ຈະ​ເຈລະຈາ​ກັບປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງຍີ່ປຸ່ນ, ທ່ານ Fumio Kishida, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຖື​ວ່າ: ມີ​ຫຼາຍ​ມາດ​ຕະການ​ນຳ​ມາ​ເຊິ່ງສັນຕິພາບ​ໃຫ້​ແກ່​ແຫຼມ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ໄດ້​ເລືອກ​ເອົາ​ມາດ​ຕະການ​ເຈລະຈາ. ສ່ວນ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດຍີ່ປຸ່ນ Fumio Kishida ຊີ້​ແຈງ​ວ່າ: ສອງ​ຝ່າຍ​​ແບ່ງປັນທັດສະນະ​ທີ່​ວ່າ: ພຽງ​ຢາງ ຕ້ອງ​ຢຸດຕິ​ບັນດາ​ການ​ກະທຳ​ທີ່​ສາມາດ​ເຮັດ​ໃຫ້​ສະພາບ​ການ​ໃນ​ພາກ​ພື້ນ​ຊົ່ວ​ຮ້າຍ​ລົງ ​ແລະ ມີ​ບັນດາ​ບາດກ້າວ​ອັນ​ລະອຽດ​ເພື່​ຊຸກຍູ້ວິວັດ​ການ​ປອດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ. ຍີ່ປຸ່ນ ກໍ່ຊຸກຍູ້ ສປປ​ເກົາຫຼີ​  ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ຮອບ​ເຈລະຈາ 6 ຝ່າຍ​ຄັ້ງຕ່າງໆ ​ແລະ ປະຕິບັດ​ບັນດາ​ມະຕິ​ຂອງ​ສະພາ​ຄວາມໝັ້ນຄົງ ສປຊ.

 

 

 

 

ຂ່າວ/ບົດ​ອື່ນ