ຜູ້ນຳ ສປປ ເກົາຫລີ Kim Jong Un
|
(vovworld)- ຕາມແຈ້ງການຂອງກະຊວງການເງິນ ອາເມລິກາ ເມື່ອວັນທີ 11/1 ໃຫ້ຮູ້ວ່າ: 7 ຄົນຖືກຈັດເຂົ້າບັນຊີລາຍຊື່ຖືກລົງໂທດພິເສດ ລ້ວນແຕ່ ແມ່ນເຈົ້າຫນ້າທີ່ຂອງລັດຖະບານ ສປປ ເກົາຫລີ, ພັກແຮງງານສປປເກົາຫລີ, ກະຊວງແຮງງານ ແລະ ຄະນະກຳມະການແຜນການແຫ່ງລັດ ສປປເກົາຫລີ. ໃນຈຳນວນບັນດາເຈົ້າຫນ້າທີ່ ສປປ ເກົາຫລີ ຖືກລົງໂທດຄັ້ງນີ້ ມີທ່ານນາງ Kim Yo Jong ແມ່ນນ້ອງສາວຂອງຜູ້ນຳ Kim Jong Un ແລະ ປະຈຸບັນ ພວມດຳລົງຕຳແຫນ່ງຮອງຫົວຫນ້າຄະນະກຳມະການໂຄສະນາພັກແຮງງານ ສປປ ເກົາຫລີ. ນອກນັ້ນ ໃນບັນຊີລາຍຊື່ດັ່ງກ່າວຍັງມີທ່ານ Kim Won Hong, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງລັດ.