ອາເມລິກາເລີ່ມຕົ້ນການເລືອກຕັ້ງສະພາແຫ່ງຊາດກາງສະໄຫມ


ອາເມລິກາເລີ່ມຕົ້ນການເລືອກຕັ້ງສະພາແຫ່ງຊາດກາງສະໄຫມ - ảnh 1
ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຢຸ່​ລັດKentuckyໃນ​ວັນ​ທີ 4/11

AFP/TTXVN

(vovworld)-​ ເວ​ລາ 6 ໂມງ​ຂອງວັນ​ທີ 4/11 ຕາມ​ເວ​ລາ​ອາ​ເມ​ລິ​ກາ, ບັນ​ດາ​ສະ​ຖານ​ທີ່​ປ່ອນ​ບັດ​ທຳ​ອິດ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ກາງ​ ສະ​ໄຫມ ຢູ່​ ອາ​ເມ​ລິ​ກາ ໄດ້​ເປີດ​ປະ​ຕູ​ເພື່ອ​ຕ້ອນ​ຮັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມາ​ປ່ອນ​ບັດ​ເລືອກ​ຕັ້ງ​ຄືນ​ໃຫມ່ ສະ​ມາ​ຊິກ​ສະ​ພາ​ຕ່ຳ 435 ທ່ານ ແລະ ສະ​ມາ​ຊິກ​ສະ​ພາ​ສູງ 36 ທ່ານ​ໃນ​ຍອດ​ຈຳ​ນວນ 100 ທ່ານ ແລະ ​ຜູ້​ວ່າ​ການລັດ 36 ທ່ານ ໃນ​ຍອດ​ຈຳ​ນວນ 50 ທ່ານ.

        ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ກາງສະ​ໄຫມ ​ຄັ້ງ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ປະ​ເມີນ​ຄວາມ​ໄວ້​ວາງ​ໃຈ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ແລະ ຈະ​ຕັດ​ສິນ​ຂອບ​ເຂດ​ນຳ​ໃຊ້​ອຳ​ນາດ​ຂອງ​ທ່ານ​ໃນ 2 ປີ​ສຸດ​ທ້າຍ​ຂອງ​ອາ​ຍຸ​ການ​ທີ2. ຕາມ​ໝາກ​ຜົນ​ສຳ​ຫລວດ​ກ່ອນ​ການ​ເລືອກ​ຕັ້ງ, ພັກ​ສາ​ທາ​ລະ​ນະ​ ອາດ​ຈະ​ຮັກ​ສາ​ສິດ​ຄວບ​ຄຸມ​ຢູ່​ສະ​ພາ​ຕ່ຳ. ສ່ວນ​ຢູ່​ສະ​ພາ​ສູງ ຈຳ​ນວນ​ສະ​ມາ​ຊິກ​ສະ​ພາ​ສູງ​ຂອງ​ພັກ​ສາ​ທາ​ລະ​ນະ​ ອາດ​ຈະ​ເພີ່ມ​ຂຶ້ນ​ແຕ່ 45 ເຖິງ 52 ທ່ານ.

ຕາມ​ໝາກ​ຜົນ​ລ້າ​ສຸດ​ທີ່​ປະ​ກາດ​ໃນ​ຕອນ​ທ່ຽງ​ວັນ​ທີ 5/11(ຕາມ​ເວ​ລາ​ຫວຽດ​ນາມ), ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ກາງ​ສະ​ໄຫມ​ຂອງ​ອາ​ເມ​ລິ​ກາ ໃຫ້​ເຫັນ​ວ່າ: ພັກ​ສາ​ທາ​ລະ​ນະ ຍາດ​ໄດ້​ 7 ທີ່​ນັ່ງ​ຕື່ມ​ອີກ​ທີ​ສະ​ພາ​ສູງ ພ້ອ​ມ​ທັງ​ສືບ​ຕໍ່​ຮັກ​ສາ 15 ທີ່​ນ​ັ້ງ​ເລືອກ​ຕັ້​ງ​ຄືນ​ໃຫມ່ ຊ່ວຍ​ໃຫ້​ພັກ​ນີ້ກວມ​ເອົາ 52/100 ທີ່​ນັ່ງ​ຢູ່​ສະ​ພາ​ສູງ.
                                                                                     
                                                                                         Nhat Quynh, ນັກ​ຂ່າວ VOV ປະ​ຈຳ ອາ​ເມ​ລິ​ກາ

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ