(ພາບປະກອບ)
(vovworld) – ວັນທີ 15/6, ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດການເຈລະຈາດ້ານເສດຖະກິດ ແລະ ຍຸດທະສາດ (S&ED) ອາເມລິກາ - ຈີນ ຄັ້ງທີ 7 ຈະ ດຳເນີນໄປໃນລະຫວ່າງວັນທີ 23 – 24/6 ຢູ່ນະຄອນຫຼວງ ວໍຊິງຕັນ. ຄຽງຂ້າງນັ້ນ, ການທາບທາມພົບປະແລກປ່ຽນປະຊາຊົນ ອາເມລິກາ - ຈີນ (CPE) ຄັ້ງທີ 6 ກໍ່ຈັດຕັ້ງກັບ S&ED ໃນໂອກາດດຽວກັນ. ທີ່ການເຈລະຈາ S&ED ຄັ້ງນີ້, ທັງ 2 ຝ່າຍຈະສຸມໃສ່ປຶກສາຫາລືບັນດາສິ່ງທ້າທາຍ ແລະ ກາລະໂອກາດ ຊຶ່ງ 2 ປະເທດພວມປະເຊີນໜ້າ ໃນບັນດາຂົງເຂດ 2 ຝ່າຍ, ພາກພື້ນກໍ່ຄືທົ່ວໂລກ. ນອກຈາກນັ້ນ, ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ຈີນ ກໍ່ຈະແລກປ່ຽນກ່ຽວກັບບັນດາຜົນປະໂຫຍດດ້ານເສດຖະກິດ ແລະ ຍຸດທະສາດໃນໄລຍະຍາວຂອງ 2 ປະເທດ. ໃນວັນທີ 22/6, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານລັດຖະມົນຕີຊ່ວຍວ່າການປະຈຳກະຊວງການຕ່າງປະເທດ ຈີນ ຈາງເຢຊວຍ ຈະເປັນປະທານຮ່ວມການເຈລະຈາດ້ານປ້ອງກັນຄວາມສະຫງົບຍຸດທະສາດ ອາເມລິກາ - ຈີນ (SDD) ຄັ້ງທີ 5. ວົງການເຈົ້າໜ້າທີ່ການທະຫານ ແລະ ພົນລະເຮືອນ 2 ຝ່າຍຈະແລກປ່ຽນທັດສະນະກ່ຽວກັບບາງບັນຫາດ້ານປ້ອງກັນຄວາມສະຫງົບ ແລະ ຍຸດທະສາດ ທີ່ມີຄວາມໝາຍສຳຄັນສຳລັບ 2 ປະເທດ.